秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫວາງຢີ້ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ

2021-10-30 13:55:48 cri

ວັນ​ທີ 29 ຕຸ​ລາ​ນີ້, ທ່ານ​ຫວາງ​ຢີ້, ​ທີ່​ປຶກ​ສາ​ແຫ່​ງ​ລັດ ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ ເຣັດ​ໂນ ມາ​ຊູ​ດີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ ຢູ່​ທີ່​ນະ​ຄອນຫຼວງ​ໂຣມ​ຂອງ​ອີ​ຕາ​ລີ.

ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ ກ່ຽວ​ກັບ​ການ​ຮ່ວມ​ມື​ຂອງ​ກຸ່ມ G20. ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ຈີນ​ສະ​ໜັບ​ສະ​ໜູນ​ອິນ​ໂດ​ເນ​ເຊຍ​​ທີ່​ຈະຈັດ​ກອງ​ປະ​ຊຸມ​ສຸດຍອ​ດກຸ່ມ G20 ໃນ​ປີ​ໜ້າ, ຍິນ​ດີ​ຮ່ວມ​ກັບ​ອິນ​ໂດ​ເນ​ເຊຍ ແລະ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ, ​ເຮັດ​ໃຫ້​ກອງ​ປະ​ຊຸມ​ດັ່ງ​ກ່າວ ເອົາ​ໃຈ​ໃສ່​ນຳ​​ຄວາມ​ຮຽກ​ຮ້ອງ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງຕະຫຼາ​ດ​ທີ່​ຈະ​ເລີນໃໝ່ ແລະ​ປະ​ເທດ​​ພວມ​ພັດ​ທະ​ນາ​ ໃຫ້ຫຼາຍກວ່າ​ເກົ່າ. ທ່ານ​ນາງ ເຣັດ​ໂນ ມາ​ຊູ​ດີ ກ່າວ​ວ່າ: ອິນ​ໂດ​ເນ​ເຊຍ​ຍິນ​ດີ​ຮ່ວມ​ກັບ​ຈີນ, ​ຊຸກ​ຍູ້​ກຸ່ມ G20 ຮັກ​ສາ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງຕະຫຼາ​ດ​ທີ່​ຈະ​ເລີນໃໝ່ ແລະ​ປະ​ເທດ​ທີ່​​ພວມພັດ​ທະ​ນາ​ ໃຫ້ດີກວ່າ​ເກົ່າ, ໃຫ້​ຄວາມ​ສຳ​ຄັນ​ແກ່​ຄວາມ​ເປັນ​ຫ່ວງ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ປະ​ເທດ​​ຜ້ານກາງ ແລະ​ປະ​ເທດ​ນ້ອຍໃຫ້ຫຼາຍກວ່າ​ເກົ່າ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆໃນ​ທົ່ວ​ໂລກ​ຢ່າງ​ມີ​ປະ​ສິດ​​ທິ​ຜົນຫຼາຍກວ່າ​ເກົ່າ.

ນອກ​ນີ້, ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ຈີນ-ອາຊຽ​ນ ໂດຍ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ວ່າ: ຈະ​ເລັ່ງ​ລັດ​​ການກະ​ກຽມ​ກອງ​ປະ​ຊຸມ​ສຸດຍອດ​ເພື່ອ​ລະ​ນຶກ​ການ​ສ້າງ​ການ​ພົວ​ພັນ​ຄູ່​ສົນ​ທະ​ນາ​ຈີນ-ອາຊຽນ​ຄົບ​ຮອບ 30 ປີ, ຊຸກ​ຍູ້ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ ເພື່ອ​ເພີ່ມ​ພະ​ລັງ​ແຮງ​ໃຫ້​ກັບ​ສັນ​ຕິ​ພາບ ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0