蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົວ​ແປງ​ດິນ​ຟ້າ​ອາ​ກາດຂອງ​ໂລກ

2021-10-30 12:39:56 CRI

     ຕອນ​ບ່າຍ​ຂອງວັນ​ທີ 29 ຕຸ​ລານີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ, ທ່ານ​ວ່າງ​ເວີນ​ປີ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແນະ​ນຳ​ໃຫ້​ຮູ້​ວ່າ: ວັນ​ທີ 28 ຕຸ​ລານີ້, ຜູ້​ປະ​ສານ​ງານ​ຂອງ​ລັດ​ຖະ​ບານ​ຈີນ​ກ່ຽວ​ກັບ“ສົນ​ທິ​ສັນ​ຍາ​ຂອບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ”ໄດ້​ຍື່ນເອ​ກະ​ສານ​ທີ່​ມີ​ຫົວ​ຂໍ້​ວ່າ “ຜົນ​ສຳ​ເລັດ ເປົ້າ​ໝາຍໃໝ່​ແລະ​ມາດ​ຕະ​ການ​ໃໝ່ຂອງ​ຈີນ​ໃນ​ການ​ປະ​ກອບ​ສ່ວນ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ”ແລະ“ຍຸດ​ທະ​ສາດ​ການ​ພັດ​ທະ​ນາຍາວ​ນານຂອງ​ຈີນ​ກ່ຽວ​ກັບ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ໜ້ອຍ​ລົງຮອດ​ກາງ​ສັດ​ຕະ​ວັດ​ນີ້”ຢ່າງ​ເປັນ​ທາງ​ການ​ໃຫ້​ຄະ​ນະ​ເລ​ຂາ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ. ນອກນີ້, ຫວ່າງ​ກ່ອນນີ້ບໍ່​ດົນ, ຈີນ​ໄດ້​ປະ​ກາດ​ປື້ມ​ປົກ​ຂາວ​ສອງ​ສະ​ບັບ​ຢ່າງ​ເປັນ​ລຳ​ດັບ ຄື: “ແຜນ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ປ່ອຍ​ກາກບອນ​ດີ​ອົກ​ຊິດໃຫ້​ເຖິງ​ລະ​ດັບ​ສູງ​ສຸດແລ້ວ​ຫຼຸດ​ລົງ​ກ່ອນ​ປີ 2030”ແລະ“ນະ​ໂຍ​ບາຍ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ຈີນ​ໃນ​ການ​ຮັບ​ມື​ກັບ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ”. ທັງ​ໝົດ​ເຫຼົ່າ​ນີ້ ລ້ວນ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ແລະ​ການ​ປະ​ກອບ​ສ່ວນ​ອັນ​ໃໝ່​ຂອງ​ຈີນ​ທີ່​ມີ​ຕໍ່​ການ​ຮັບ​ມື​ກັບ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຂອງ​ໂລກ.

     ທ່ານ​ວ່າງ​ເວີນ​ປີ່ນ​ຍັງ​ກ່າວ​ເນັ້ນ​ວ່າ: ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ, ຈີນ​ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົວ​ແປງ​ດິນ​ຟ້າ​ອາ​ກາດຂອງ​ໂລກ ແລະ​ກໍ່​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ພະ​ຍາ​ຍາມ​ຮ່ວມ​ກັນ, ປະ​ກອບ​ສ່ວນ​ເທົ່າ​ທີ່​ຄວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ປົວ​ແປງ​ດິນ​ຟ້າ​ອາ​ກາດ​ຂອງ​ໂລກ.

ຄຳ​ເຫັນ

0