徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ນາ​ຍົກ​ອັງ​ກິດ

2021-10-30 15:58:34 cri

 ຕາມ​ຂ່າວCRI:ວັນ​ທີ 29 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ໂອ້​ລົມ​​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ໂບ​ຣິ​ສ ຈອນ​ຊັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ.

 

  ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຊີ້​ອອກວ່າ, ຈີນ​ແລະ​ອັງ​ກິດ​ລ້ວນ​ແຕ່​ແມ່ນປະ​ເທດ​ມົນ​ຕີ​ຖາ​ວອນ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ອົງ​ກອນ​ເສ​ດ​ຖະ​ກິດ​ຕົ້ນ​ຕໍຂອງ​ໂລກ, ຄວນ​ຮັກ​ສາ​ການ​ແລກ​ປ່ຽນ​ເປັນຢ່າງ​ດີ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການແກ້​ໄຂ​ບັນ​ຫາ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໂດຍ​ໄວ, ການ​ປັບ​ປຸງການບໍ​ລິ​ຫານຂອງ​ໂລກ​ໃຫ້​ສົມ​ບູນຂຶ້ນກວ່າ​ເກົ່າແລະ​ການ​ບັນ​ລຸ​ການ​ພັດ​ທະ​ນາ​ແລະຈະ​ເລີນ​ຮຸ່ງ​ເຮືອງ. ປີ 2022 ຄື​ປີ​ໜ້າ​ແມ່ນ​ປີ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ດັບ​ເອກ​ອັກ​ຄະ​ລັດ​ຖະ​ທູດລະ​ຫວ່າງ​ຈີນ-ອັງ​ກິດຄົບ​ຮອບ 50 ປີ, ສອງ​ຝ່າຍ​ຄວນ​ກຳ​ໂອ​ກາດ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ, ພະ​ຍາ​ຍາມ​​ຮ່ວມ​ກັນ, ເພື່ອ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່​າງ​ຈີນ-ອັງ​ກິດຂະ​ຫຍາຍ​ໄປ​ໜ້າຢ່າງ​ໜັກ​ແໜ້ນ​ຕາມ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ.

 

  ທ່ານ​ໂບ​ຣິ​ສ ຈອນ​ຊັນ​ກ່າວ​ວ່າ, ອັງ​ກິດ​ແລະ​ຈີນ​ມີ​ຄວ​າມ​ຮັບ​ຮູ້ຢ່າງ​ເປັນ​ເອ​ກະ​ພາບ​ກັນ​ແລະ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ໃນ​ບັນ​ຫາ​ສຳ​ຄັນ​ຫຼາຍບັນ​ຫາ, ເຊັ່ນ: ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ, ການ​ຟື້ນ​ຟູ​​ເສ​ດ​ຖະ​ກິດ​​ໂລກ, ບັນ​ຫານິວ​ເຄຼຍ​ອີ​ຣານ, ກາ​ນ​ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ອື່ນໆ, ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະ​ວີ​ການ​ສົ​ນທະ​ນາ​ກັນ​ຢ່າງ​ຈິງ​ໃຈ​ແລະ​ການ​ຮ່ວມ​ມື​ຢ່າງ​ມີ​ໄມ​ຕີ​ຈິດ. ອັງ​ກິດ​ຍິນ​ດີ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ຈີນໃນ​ຂົງ​ເຂດ​ເສ​ດ​ຖະ​ກິດ​ການ​ຄ້າ, ການ​ສຶກ​ສາ, ພະ​ລັງ​ງານ​ສະ​ອາດ​ແລະ​ຂົງ​ເຂດ​ອື່ນໆ​.

 

ຄຳ​ເຫັນ

0