徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະ​ບວນ​ລົດ​ໄຟ “ຈີ້ນ​ບົວ” ຈີນ-​ເອີ​ຣົບເດີນ​ທາງ​ຮອດ​ນະ​ຄອນ​ຊຽງ​ໄຮ້

2021-10-30 16:00:53 cri

ຂະ​ບວນ​ລົດ​ໄຟ “ຈີ້ນ​ບົວ” ຈີນ-​ເອີ​ຣົບເດີນ​ທາງ​ຮອດ​ນະ​ຄອນ​ຊຽງ​ໄຮ້_fororder_103033

ຕາມ​ຂ່າວCRI:ໃນ​ຕອນ​ເຊົ້າ​ຂອງວັນ​ທີ 29 ຕຸ​ລາ​ປີ 2021 ນີ້, ຂະ​ບວນ​ລົດ​ໄຟ “ຈີ້ນ​ບົວ” ​ຈີນ​-ເອີ​ຣົບ​ທີ່​ເດີນ​ທາງອອກ​ຈາກ​ນະ​ຄອນ​ຮາມ​ເບີກ​ຂອງ​ເຢຍ​ລະ​ມັນ​ໄປສູ່​ນະ​ຄອນ​ຊຽງ​ໄຮ້​ຂອງ​ຈີນຂະ​ບວນທຳ​ອິດໄດ້​​ຮອດ​ສະ​ຖາ​ນີ​ຂົນ​ສົ່ງ​ສິນ​ຄ້າ​ໝິນຮາງ​ຂອງ​​ຊຽງ​ໄຮ້.

 

​ລົດ​ໄຟຂະ​ບວນ​ນີ້​ໄດ້​ບັນ​ທຸກ​ຕູ້​ຄອນ​ເທັນ​ເນີທີ່​ມີ​ຄວາມ​ຍາວ 12 ແມັດ 35 ໜ່ວຍ, ມີ​ນ້ຳ​ໜັກ​ປະ​ມານ 460 ໂຕນ, ລວມ​ທັງ​ອຸ​ປະ​ກອ​ນພົ່ນ​ນ້ຳ​ລ້າງ​ໃຫ້​ສະ​ອາດ​ດ້ວຍ​ເຕັກ​ນິກສູນ​ຍາ​ກາດ​ແບບ​ອັດ​ສະ​ລິ​ຍະ, ເຄື່ອງ​ອາ​ໄຫຼ່​ໃຊ້​ສຳ​ລັບ​ກົນ​ຈັກ​ໄຟ​ຟ້າ​ແລະ​ສິນ​ຄ້າ​ອື່ນໆ​ທີ່​ຈະວາງ​ສະ​ແດງ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນຄັ້ງ​ທີ 4, ເຊິ່ງ​ໄດ້​ເດີນ​ທາງ​ຈາກ​ນະ​ຄອນ​ຮາມ​ເບີກ, ຜ່ານເມືອງ​ດຸຍ​ສະ​ເບີກ​ຂອງ​ເຢຍ​ລະ​ມັນ, ​ເມືອງ​ມາ​ລາ​ເຊວິກ​ຂອງ​ໂປ​ໂລຍ, ແລ້ວ​ເຂົ້າ​ແດນເບ​ຣາ​ຣູ​ຊີ, ຣັດ​ເຊຍແລະກາ​ຊັກ​ສະ​ຖານ, ສຸດ​ທ້າຍເຂົ້າ​​ແດນ​ຈີນ​ຈາກ​ດ່ານ​ປາກ​ພູ​ອາ​ລາ​ຊານ​ແລ້ວ​ແລ່ນ​ໄປ​ເຖິງນະ​ຄອນ​ຊຽງ​ໄຮ້​ໂດຍ​ກົງ.

ຂະ​ບວນ​ລົດ​ໄຟ “ຈີ້ນ​ບົວ” ຈີນ-​ເອີ​ຣົບເດີນ​ທາງ​ຮອດ​ນະ​ຄອນ​ຊຽງ​ໄຮ້_fororder_103044

 

 

ຄຳ​ເຫັນ

0