吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໂຈ ໄບ​ເດັນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ອາ​ເມ​ຣິ​ກາ​ຈະ​ກັບ​ຄືນ​ສູ່​ສັນ​ຍາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​​ອີ​ຣານ​ໂດຍ​ມີ​ເງື່ອນ​ໄຂ

2021-10-31 16:07:25 cri

    ວັນ​ທີ 30 ຕຸ​ລາ​ນີ້,  ຜູ້​ນຳ​ອາ​ເມ​ຣິ​ກາ, ເຢຍ​ລະ​ມັນ, ອັງ​ກິດ ແລະ​ຝ​ຣັ່ງ​ໄດ້​ພົບ​ປະ​ກັນ​ໃນ​ໄລ​ຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ກຸ່ມ G20. ຫລັງ​ການ​ພົບ​ປະ​, ຜູ້​ນຳ 4 ປະ​ເທດ​ໄດ້​ອອກ​ຖະ​ແຫລ​ງ​ການ​ຮ່ວມ​, ໂດຍ​ລະ​ບຸ​ວ່າ: ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ຊັດ​ເຈນ​ວ່າ: ອາ​ເມ​ຣິ​ກາ​ຈະ​ກັບ​ຄືນ​ສູ່​​ສັນ​ຍາຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານໂດຍ​ມີ​ເງື່ອນ​ໄຂ.

    ຖະ​ແຫລງ​ການ​ຮ່ວມ​ລະ​ບຸ​ຕື່ມ​ວ່າ: ທ່ານ​ໂຈ ໄບ​ເດັນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ຊັດ​ເຈນ​ວ່າ, ຂໍ​ແຕ່​ວ່າ​ອີ​ຣານ​ຟື້ນ​ຟູ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ຄືນ​ໃໝ່, ອາ​ເມ​ຣິ​ກາ​ຍິນ​ດີ​ກັບ​ຄືນ ແລະ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ວ່າ​ດ້ວຍ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ຢ່າງ​ຮອບ​ດ້ານ. ພາຍ​ຫລັງ​ການ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ຕາມ​ສັນ​ຍາ, ອາ​ເມ​ຣິ​ກາ​ຈະ​ຍົກ​ເລີກ​ການ​ຂວ້ຳ​ບາ​ດ​ທີ່​ກ່ຽວ​ຂ້ອ​ງ​ຕໍ່​ອີ​ຣານ, ເຊິ່ງ​ຈະ​ມີ​ຜົນ​ດີ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ອີ​ຣານ.

    ຫວ່າງ​ມໍ່ໆ​ມານີ້, ທ່ານບາກ​ເຮ​ຣີ   ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ວ່າ, ອີ​ຣານ​ຍິນ​ດີ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ຄື່ນ​ໃໝ່​ກ່ອນ​ທ້າຍ​ເດືອນ​ພະ​ຈິກ 2021, ເປົ້າ​ໝາຍ​ພຽງ​ໜຶ່ງ​ດຽວ​ຂອງ​ກາ​ນ​ເຈ​ລະ​ຈາ​ຮອບ​ໃໝ່​ກໍ​ຄື: ຍົກ​ເລີກ​ການ​ຂວ້ຳ​ບາດ​ທີ່​ໂຫດ​ຮ້າຍ​ ແລະບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ອາ​ເມ​ຣິ​ກາ​ທີ່​ມີ​ຕໍ່​ອີ​ຣານ.

ຄຳ​ເຫັນ

0