吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢູ່​ໜ້າຈໍ​ໂຄ​ສະ​ນາ​ຂະ​ໜາດໃຫຍ່​ໃນໃຈ​ກາງ​ນະ​ຄອນ​ຫລວງ​​ບາງ​ກອກ​ປະ​ເທດ​ໄທ​ໄດ້​ປາ​ກົດ​ມີ​ຄຳ​ທີ່​ວ່າ “ ຍິນ​ດີ​ຕ້ອນ​ຮັບ”​ ຕໍ່​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດດ້ວຍ​ຫລາຍ​ພາ​ສາ

2021-10-31 16:07:52 cri

    ວັນ​ທີ 1 ເດືອນ​ພະ​ຈິກ 2021, ປະ​ເທດ​ໄທ​ຈະ​ເປີດ​ປະ​ເທດ​ຄືນໃໝ່​ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ.

    ວັນ​ທີ 29 ຕຸ​ລາ​ນີ້, ​ຢູ່​ໜ້າຈໍ​ປ້າຍ​ໂຄ​ສະ​ນາ​ຂະ​ໜາດໃຫຍ່​​ທີ່​ຕິດ​ຕັ້ງ​ຢູ່ສູນ​ການ​ຄ້າ Central World ​ໃນ​ໃຈ​ກາງ​ນະ​ຄອນ​ຫລວງ​ບາງ​ກອກ​ປະ​ເທດ​ໄທ​ໄດ້​ປາ​ກົດ​ມີ​ຄຳ​ທີ່​ວ່າ “ ຍິນ​ດີ​ຕ້ອນ​ຮັບເຂົ້າ​ສູ່​ປະ​ເທດ​ໄທ” ດ້ວຍ 7 ພາ​ສາ, ເຊັ່ນ: ພາ​ສາ​ໄທ, ຈີນ, ອັງ​ກິດ, ຝ​ຣັ່ງ, ຍີ່​ປຸ່ນ, ສ ເກົາ​ຫລີ ແລະ ພາ​ສາຊູ​ແອັດ​.

    ໃນ​ໄລ​ຍະ​ທຳ​ອິດ​ພາຍ​ຫລັງ​ເປີດ​ປະ​ເທດ, ໄທ​ຈະ​ເປີດ​ແຫລ່ງ​ທ່ອງ​ທ່ຽວ 17 ແຫ່ງ​ທີ່​ລວມ​ທັງ​ນະ​ຄອນ​ຫລວງ​ບາງ​ກອກ​ໃຫ້​ກັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ, ທັງ​​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ຍົກ​ເວັ້ນ​ການ​ກັກ​ບໍ​ລິ​ເວນ​ຕໍ່​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ 63 ປະ​ເທດ ແລະ​ເຂດ​ແຄວ້ນ, ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຫລາຍກວ່າ​ເກົ່າ​ເຂົ້າ​ສູ່​ປະ​ເທດ​ໄທ, ຊຸກ​ຍູ້​ການ​ຟື້ນ​ຟູ​ຂະ​ແໜງ​ການ​ທ່ອງ​ທ່ຽວ ແລະ​ເສດ​ຖະ​ກິດ​ສັງ​ລວມ.

ຄຳ​ເຫັນ

0