吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ບົບ​ການກອບ​ກູ້​ສຸກ​ເສີນ​ຂອງ​ນະ​ຄອນ​ຫລວງ​ປັກ​ກິ່ງ ສ​ປ ຈີນ​ສຸມ​ໃສ່​ການ​ຮັບ​ປະ​ກັນ​ດ້ານ​ການ​ແພດ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ

2021-10-31 16:06:55 cri

    ຕອນ​ບ່າຍ​ຂອງວັນ​ທີ 30 ຕຸ​ລາ​ນີ້, ນະ​ຄອນ​ຫລວງ​ປັກ​ກິ່ງ ສ​ປ ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ກ່ຽວ​ກັບ​ວຽກ​ງານ​​ຄວບ​ຄຸມກ​ານ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຄັ້ງ​ທີ 252.

    ທ່ານ​ຈ່າງ​ເວີນຈົ່ງ ຫົວ​ໜ້າ​ສູນກອບ​ກູ້​ສຸກ​ເສີນ​ນະ​ຄອນ​ຫລວງ​ປັກ​ກິ່ງ​​ໄດ້ແນະ​ນຳ​ໃນ​ກອງ​ປະ​ຊຸມ​​ດັ່ງ​ກ່າວໂດຍ​ກ່າວ​ວ່າ: ສູນກອບ​ກູ້​ສຸກ​ເສີນ​ນະ​ຄອນ​ຫລວງ​ປັກ​ກິ່ງ​ໄດ້​ສຸມ​ກຳ​ລັງ​ເຂົ້າ​ໃນການ​ຮັບ​ປະ​ກັນ​ດ້ານ​ການ​ແພດ​ຕໍ່​ການ​ແຂ່ງ​ຂັນ​ທົດ​ລອງ​ຂອງ ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ແລະ​​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄົນ​ພິ​ການຢ່າງ​ສຸ​ດ​ຄວາມ​ສາ​ມາດ, ​ໂດຍ​ໄດ້​ຈັດ​ການ​ຝຶກ​ອົບ​ຮົບຕໍ່​ພະ​ນັກ​ງານ​ການ​ແພດ​ຫລັກ​ແຫລ່ງ​ດ້າ​ນ​ການກອບ​ກູ້​ສຸກ​ເສີນ​ຈຳ​ນວນ 1600 ກວ່າ​ຄົນ​ທີ່​ມາ​ຈາກ​ໂຮງ​ໝໍ​ສະ​ເພາະ ແລະ​ໂຮງ​ໝໍຂັ້ນ​ປະ​ເທດຈຳ​ນວນ​ໜຶ່ງ, ທັງ​ໄດ້​ສົ່ງ​ພະ​ນັກ​ງານ​ການ​ແພດ 69 ຄົນ ແລະ​ລົດ​ກອບ​ກູ້​ສຸກ​ເສີນ 15 ຄັນ​ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ປະ​ກັນ​ດ້ານ​ການ​ແພດ​ຢູ່​ສະ​ໜາມ​ກິ​ລາ​​ຂອງງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ອີງ​ຕາມ​ຫລັກ​ການ​ທີ່​ແຕ່​ລະ​ສະ​ໜາມ​ກິ​ລາ​ລ້ວນ​ແຕ່​ມີ​ມາດ​ຕະ​ການ​ສະ​ເພາະ, ​ໂດຍ​ໄດ້ຮັບ​ປະ​ກັນ​ໃຫ້​ກາ​ນ​ຄວ​ບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ການກອບ​ກູ້​ສຸກ​ເສີນ​ປະ​ຈຳ​ວັນ ແລະກ​ານ​ແຂ່ງ​ຂັນ​ທົດ​ລອງ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ສາ​ມາດ​ດໍ​າ​ເນີນ​ໄປ​ດ້ວຍດີ.

ຄຳ​ເຫັນ

0