尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ໃຫຍ່​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈັດ​ຂຶ້ນ​ຢູ່ກ​ລາ​ສ​ໂກ​ຟປະ​ເທດ​ອັງ​ກິດ

2021-10-31 14:56:13 cri

ກອງ​ປະ​ຊຸມ​ໃຫຍ່​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈັດ​ຂຶ້ນ​ຢູ່ກ​ລາ​ສ​ໂກ​ຟປະ​ເທດ​ອັງ​ກິດ_fororder_微信图片_20211031145813

      ວັນ​ທີ 31 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ໃຫຍ່​ຄັ້​ງ​ທີ 26 ຂອງ​ຝ່າຍ​ເຊັນສັນ​ຍາ​ຂອບ​ການ​ປ່ຽນ​ແປງດິນ​ຟ້າ​ອາ​ກາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ຈັດ​ຂຶ້ນ​ຢູ່​​ນະ​ຄອນກ​ລາ​ສ​ໂກ​ຟ​ປະ​ເທດ​ອັງ​ກິດ.ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ທົ່ວໂລກ.

      ເພື່ອ​ຮັບ​ປະ​ກັນ​ໃຫ້​ກອງ​ປະ​ຊຸມ​ຄັ້ງ​ນີ້​ດຳ​ເນີນ​ໄປ​ໄດ້​ຢ່າງ​ສະ​ດວກ,ຝ່າຍ​ເຈົ້າ​ພາບ​ໄດ້​ຮຽກ​ຮ້ອງ​ໃຫ້​ຜູ້​ທີ່​ເຂົ້າ​ໄປ​ໃນ​ຫ້ອງ​ປະ​ຊຸມ​ທຸກ​ຄົນລ້ວນ​ແຕ່​ຕ້ອງ​​ໄດ້ກວດ​ຫາ​ເຊື້ອ​ໄວ​ຣັດ​ໂຄວິດ-19​ໃນ​ແຕ່​ລະ​ມື້​. ເພື່ອ​ສະ​ແດງ​ໃຫ້​ເຫັນ​ຫົວ​ຂໍ້​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຢ່າງ​ພົ້ນ​ເດັ່ນ,ຜູ້​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ໄດ້ໃຊ້​ລົດ​ໄຟ​ຟ້າ​ເປັນ​ພາ​ຫະ​ນະ​ໄປ​ມາ​ລະ​ຫວ່າງ​ບ່ອນ​ພັກ​ກັບ​ຫ້ອງ​ປະ​ຊຸມ. ອາ​ຫານ​ທີ່​ສະ​ໜອງ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກໍ່​ໄດ້​ປຸງ​ແຕ່ງ​ໂດຍ​ອີງ​ຕາມ​ມາດ​ຖານ​ທີ່​ມີ​​ການ​ປ່ອຍກາກບອນ​ຕ່ຳ​ແລະ​ມີ​ລັກ​ສະ​ນະ​ແບບ​ຍືນ​ຍົງ​ຢ່າງ​ເຄັ່ງ​ຄັດ.

      ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ,ຜູ້​ບໍ​ລິ​ຫານ​​ວິ​ສ​າ​ຫະ​ກິດ​ແລະຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຫາ​ຜົນ​ກຳ​ໄລຈາກ​ທົ່ວ​ໂລກ​ປະ​ມານ​ 20 ພັນ​ຄົນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້ທີ່ຄາດ​ວ່າ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 12 ພະ​ຈິກ​ໜ້າ​ນີ້.

ຄຳ​ເຫັນ

0