李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕົວ​ຊີ້​ວັດ​ເສດ​ຖະ​ກິດ​ຂອງ​ຮົງ​ກົງ​ໄດ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

2021-10-31 15:47:21 cri

ວັນ​ທີ 31 ຕຸ​ລານີ້, ທ່ານ ເຊີນ​ມ້າວ​ໂປ່ ຫົວ​ໜ້າ​ພະ​ແນກ​ການ​ເງິນ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ: ມີ​ຄົນ​ເວົ້າ​ວ່າ, ປີ 2021 ແມ່ນ​ປີ​ທີ່​ຟື້ນ​ຟູ​ເສດ​ຖະ​ກິດ, ເພາະ​ວ່າ ຕົວ​ຊີ້​ວັດ​ເສ​ດຖະ​ກິດສ່ວນຫຼາຍ​ຂອງ​ຮົງ​ກົງ ໄດ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ປີນີ້.

ທ່ານ ເຊີນ​ມ້າວ​ໂປ່ ກ່າວ​ຕື່ມ​ວ່າ, ການ​ສົ່ງ​ອອກ ໄດ້​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ, ແຮງ​ຂັບ​ເຄື່ອນ​ຈາກ​ຄວາມ​ຕ້ອງ​ການ​ພາຍ​ໃນ ໄດ້​ຄ່ອຍໆ​ຟື້ນ​ຟູ, ເຊິ່ງ​ໄດ້​ຊັກ​ນຳ​ໃຫ້​ເສດ​ຖະ​ກິດ​ຮົງ​ກົງ​ເຕີບ​ໂຕ 7,8% ຢ່າງ​ພົ້ນ​ເດັ່ນ​ໃນ 6 ເດືອນ​ຕົ້ນ​ປີນີ້, ເມື່ອ​ສັງ​ເກດ​ຕົວ​ຊີ້​ວັດ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຄ້າ ແລະ ການ​ບໍ​ລິ​ໂພກ​ແລ້ວ​ເຫັນ​ວ່າ, ການ​ຟື້ນ​ຟູ​ຂອງ​ເສດ​ຖະ​ກິດ​ຮົງ​ກົງ ຍິ່ງ​ໝັ້ນ​ທ່ຽງ​ກວ່າ​ເກົ່າ​ໃນຫຼາຍ​ເດືອນ​ທີ່​ຜ່ານ​ມາ, ເຊື່ອ​ວ່າ, ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃນ​ໄຕ​ມາດ​ທີ 3 ຍັງ​ຈະ​ດີ​ຄື​ເກົ່າ.

ທ່ານ ເຊີນ​ມ້າວ​ໂປ່ ຍັງ​ກ່າວ​ວ່າ: ແຕ່​ໃດ​ມາ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຮົງ​ກົງ ຈະ​ຕັດ​ແຍກ​ອອກ​ຈາກ​ປະ​ເທດ​ຊາດ​ບໍ່​ໄດ້. ໃນຫຼາຍ​ປີ​ມານີ້, ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ບຸກ​ຄົນ​ຂອງ​ສອງ​ຝ່າຍ ລ້ວນ​ແຕ່​ໄດ້​ກາຍ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ກິດ​ຈະ​ກຳ​ເສດ​ຖະ​ກິດ ກໍ​ຄື​ຊີ​ວິດ​ປະ​ຈຳ​ວັນ.

ຄຳ​ເຫັນ

0