陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງປະຊຸມສຸດຍອດຜູ້ນຳກຸ່ມ G20 ຄັ້ງທີ 16 ໄດ້ອັດລົງແລ້ວ

2021-11-01 11:54:57 cri

ກອງປະຊຸມສຸດຍອດຜູ້ນຳກຸ່ມ 20 ປະເທດຫຼື G20 ຄັ້ງທີ 16 ໄດ້ອັດລົງໃນວັນທີ 31 ຕຸລາແລ້ວນີ້ ຕາມເວລາທ້ອງຖິ່ນ,ກອງປະຊຸມໄດ້ຜ່ານຖະແຫຼງການ ກອງປະຊຸມສຸດຍອດໂຣມຂອງຜູ້ນຳກຸ່ມ G20.

 

ໃນກອງປະຊຸມໄລຍະທີ 2, ທີ 3 ທີ່ຈັດຂຶ້ນໃນມື້ດຽວກັນ,ຜູ້ນຳປະເທດສະມາຊິກ ແລະປະເທດທີ່ຖືກເຊີນແລະຜູ້ຮັບຜິດຊອບອົງການຈັດຕັ້ງສາກົນໄດ້ລົງເລິກແລກ ປ່ຽນຄວາມຄິດຄວາມເຫັນໃນຫົວຂໍ້ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ,ການພັດທະນາແບບຍືນຍົງ,ໄດ້ຮ່ວມກັນປຶກສາຫາລືກ່ຽວກັບບັນຫາພົ້ນເດັ່ນອື່ນໆທີ່ສົ່ງຜົນກະທົບຕໍ່ເສດຖະກິດຂອງໂລກເປັນຕົ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ,ບັນຫາຊາວອົບພະຍົບ,ການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19ແລະອື່ນໆ,ທັງໄດ້ກ້າວເຖິງຂັ້ນມີຄວາມຄິດເຫັນຮ່ວມກັນຫຼາຍຢ່າງ.ບັນດາປະເທດຈະຮ່ວມກັນສຸມໃສ່ເປົ້າໝາຍທີ່ຈະເຮັດໃຫ້ປະເທດທັງໝົດທີ່ປະຊາ ກອນຢ່າງໜ້ອຍຕ້ອງໄດ້ສັກວັກຊິນກວມ40%ເມື່ອຮອດທ້າຍປີ2021,ແລະມີປະ ຊາກອນໄດ້ສັກວັກຊິນກວມ 70% ເມື່ອຮອດກາງປີ 2022. ບັນດາປະເທດ ຍັງຄົງໃຫ້ຄຳໝັ້ນສັນຍາຕໍ່ກັບເປົ້າໝາຍສັນຍາປາຣີ,ຄືຄວບຄຸມການເພີ່ມຂຶ້ນຂອງອຸນຫະພຸມສະເລ່ຍໃນໂລກໃຫ້ຢູ່ໃນລະດັບຕ່ຳກວ່າ 2 ອົງສາ,ທັງພະຍາຍາມ ຈຳກັດໃຫ້ມັນຢູ່ໃນລະດັບ 1.5 ອົງສາຂອງລະດັບກ່ອນຍຸກອຸດສາຫະກຳ, ທັງ ຖືມັນເປັນພາຫະນະອັນໜຶ່ງໃນການບັນລຸເປົ້າໝາຍການພັດທະນາແບບຍືງຍົງ ຮອດປີ 2030 ຂອງສະຫະປະຊາຊາດ.

ຄຳ​ເຫັນ

0