刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ G20 ຄັ້ງ​ທີ 16

2021-11-01 11:26:55 cri

 

ຕອນ​ຄ່ຳ​ວັນ​ທີ 31 ຕຸ​ລາ​ຜ່ານ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20 ຄັ້ງ​ທີ 16 ຜ່ານ​ທາງວິ​ດີ​ໂອ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ໂດຍ​ໄດ້​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ພະ​ລັງ​ງານ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ​ບັນ​ຫາ​ອື່ນໆ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ບັນ​ຫາ​ພະ​ລັງ​ງານ​ແມ່ນ​ສິ່ງ​ທ້າ​ທາຍທີ່​ພົ້ນ​ເດັ່ນ​ຂອງ​ໂລກ​ໃນ​ປັດ​ຈຸ​ບັນ, ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກ ທັງ​ກ່ຽວ​ພັນ​ເຖິງ​ອະ​ນາ​ຄົດ​ຂອງ​ໜ່ວຍ​ໂລກ. ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ປາ​ຖະ​ໜາ​ແລະ​ແຮງ​ຂັບ​ເຄື່ອນ​ເພື່ອ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍເພີ່ມ​ຂຶ້ນຢ່າງບໍ່​ຢຸດ​ຢັ້ງ, ແຕ່​ສຳ​ຄັນ​ແມ່ນ​ຕ້ອງ​ມີ​ການ​ກະ​ທຳ​ຕົວ​ຈິງ ຄື: ໜຶ່ງ, ຕ້ອງ​ນຳໃຊ້​ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ທີ່​ມີ​ຄວາມ​ດຸ່ນ​ດຽງ​​ແລະຮ້ອບ​ດ້ານ. ຕ້ອງປະ​ສານ​ສົມ​ທົບ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃຫ້​ເປັນ​ເອ​ກະ​ພາບ​ກັນ, ​ຕ້ອງຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ໄປ​ຄວບ​ຄູ່​ກັນ, ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ນີ້; ສອງ, ຈັດ​ຕັ້ງ​ປະ​ຕິ​ບັດ “ສົນ​ທິ​ສັນ​ຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ ສ​ປ​ຊ” ແລະ “ສັນ​ຍາ​ປາ​ຣີ” ຢ່າງ​ຮອບ​ດ້ານ​ແລະ​ມີ​ປະ​ສິດ​ທິ​ຜົນ. ຕ້ອງ​ຍຶດ​ໝັ້ນ​ຖາ​ນະ​ບົດ​ບາດຂອງ​ອົງ​ການ ສ​ປ​ຊ ​ເປັນ​ຊ່ອງ​ທາງຫຼັກ, ຖືຫຼັກ​ການ ​ຮ່ວມ​ກັນ​ແຕ່​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ແຕກ​ຕ່າງ​ກັນ​ເປັນ​ພື້ນ​ຖານ, ຖື​ກົດ​ໝາຍ​ສາ​ກົນ​ເປັນ​ພື້ນ​ຖານ, ຖື​ການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ສິດ​ທິ​ຜົນ​ເປັນ​ທິດ​ຊີ້​ນຳ, ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຕົນ, ຍົງ​ສູງ​ລະ​ດັບ​ການ​ຮ່ວມ​ມື. ສາມ, ເພີ່ມ​ທະ​ວີ​ການ​ສະ​ໜັບ​ສະ​ໜູນ​ປະ​ເທດ​ພວມ​ພັດ​ທະ​ນາ. ປະ​ເທດ​ສະ​ມາ​ຊິກກຸ່ມ G20 ຄວນ​ນຳ​ໜ້າ​ຊຸກ​ຍູ້​ການ​ສົ່ງ​ເສີມ​ແລະ​ການ​ນຳ​ໃຊ້​ເຕັກ​ເນັກ​ກ້າວ​ໜ້າ, ປະ​ເທດ​ພັດ​ທະ​ນາ​ແລ້ວ​ກໍ​ຄວນ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ, ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນແກ່​ປະ​ເທດ​ພວມ​ພັດ​ທະ​ນາ.

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ກ່າວ​ວ່າ: ປັດ​ຈຸ​ບັນ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ສ້າງວິ​ກິດ​ການຫຼາຍ​ຢ່າງ, ຜົນ​ສຳ​ເລັດ​​ໃນການ​ພັດ​ທະ​ນາ ​ຂອງ​ປະ​ຊາ​ຄົມ​ໂລກ​ໃນຫຼາຍ​ປີ​​ຜ່ານ​ມາ​ຖືກ​ປັ່ນ​ທອນຢ່າງ​ໜັກ​ໜ່ວງ, ປະ​ເທດ​ພວມ​ພັດ​ທະ​ນາ​ໄດ້​ປະ​ເຊີນ​ໜ້າ​ກັບ​ຜົນ​ກະ​ທົບ​ແລະ​ການ​ທົດ​ສອບ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ. ສະ​ພາບ​ພະ​ຍາດ​ໂຄວິດ-19 ສະ​ແດງ​ໃຫ້​ເຫັນ​ອີກ​ຄັ້ງ​ໜຶ່ງວ່າ: ປະ​ເທດ​ຕ່າງໆ​ມີ​ຊາ​ຕາ​ກຳ​ຮ່ວມ​ກັນ, ມີ​ຜົນ​ປະ​ໂຫຍດ​ທີ່​ເຊື່ອມ​ໂຍງ​ເຂົ້າ​ກັນ, ແມ່ນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ. ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ ຈະ​ສ້າງ​ຄວາມ​ສຸກ​ໃຫ້​ກັບ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ ທັງ​ກ່ຽວ​ພັນ​ເຖິງ​ອະ​ນາ​ຄົດ​ແລະ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ແລະ​ໜ່ວຍ​ໂລກ.

ຄຳ​ເຫັນ

0