何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ເປີດ​ປະ​ເທດ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ ພາຍ​ໃນ​​ໄລ​ຍະ 5 ມື້​ຈະ​ມີ​ຄົນ​ເຂົ້າ​ອອກ​ເມືອງ​ຜ່ານ​ສະ​ໜາມ​ບິນຫຼາຍກວ່າ 2 ໝື່ນ​ຄົນ

2021-11-01 16:05:48 CRI

ວັນ​ທີ 1 ພະ​ຈິກນີ້​ແມ່ນ​ມື້​ທຳ​ອິດ​ທີ່​ປະ​ເທດ​ໄທ​ເປີດ​ປະ​ຕູຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນຄືນ​ໃໝ່. ​ຕາມສະ​ຖິ​ຕິ​ຈອງ​ປີ້​​ເຮືອ​ບິນ​​ນັບ​ມາຮອດ​ວັນ​ທີ 29 ຕຸ​ລາ​ແລ້​ວ​ນີ້​​ທີ່ອົງ​ການ​ການ​ບິນ​ພົນ​ລະ​ເຮືອນ​ໄທ​ໄດ້​ແຈ້ງ​ໃຫ້​ຮູ້​ ຄື: ແຕ່​ວັນ​ທີ 1 ຫາ​ວັນ​ທີ 5 ພະ​ຈິກ​ນີ້, ຈະ​ມີນັກ​ທ່ອງ​ທ່ຽວ 21316 ຄົນ​ຈາກ 26 ປະ​ເທດ ແລະ ເຂດ​ແຄວ້ນຈະ​ຂີ່​ເຮືອ​ບິນ​ຕາມເສັ້ນ​ທາງ​​ບິນ 27 ສາຍ​ເຂົ້າ​ອອກ​ປະ​ເທດ​ໄທ, ໃນ​ນັ້ນ ຈຳ​ນວນ​ຄົນເຂົ້າ​ເມືອງ ​ຈະ​ມີ15037 ຄົນ, ອອກ​ເມືອງ 6279 ຄົນ.

 

ອີງ​ຕາມ​ສະ​ຖິ​ຕິ, ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ສູ່​ປະ​ເທດ​ໄທ​ຕົ້ນ​ຕໍ​ມາ​ຈາກ​ສິງ​ກະ​ໂປ, ອິນ​ໂດ​ເນ​ເຊຍ, ອົ​ສ​ຕຼາ​ລີ, ຟິ​ລິບປິນ, ຍີ່​ປຸ່ນ, ສ.ເກົາຫຼີ, ອັງ​ກິດ ແລະ​ອື່ນໆ. ຄົນ​ຕ່າງ​ປະ​ເທດ​ສ່ວນຫຼາຍຈະ​ເຂົ້າ​​ປະ​ເທດ​ແລ້ວ​ຈະ​ເດີນ​ທາງ​ໄປ​ບາງກອກ, ຊຽງ​ໃໝ່ ແລະ ພູ​ເກັດ.

ຄຳ​ເຫັນ

0