陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫວາງຢີ້ພົບປະທ່ານອັນໂຕນີ ບລິນເຄັນ ລັດຖະມົນຕີກະຊວງການຕ່າງ ປະເທດອາເມລິກາ

2021-11-01 12:28:40 cri

ວັນທີ 31 ຕຸລາແລ້ວນີ້ຕາມເວລາທ້ອງຖິ່ນ,ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານອັນໂຕນີ ບລິນເຄັນ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາຢູ່ນະຄອນຫຼວງໂຣມ.

 

ທ່ານຫວາງຢີ້ກ່າວວ່າ,ໃນຫຼາຍປີມານີ້,ເນື່ອງຈາກຝ່າຍອາເມລິກາໄດ້ປະຕິບັດນະ ໂຍບາຍທີ່ຜິດພາດຕໍ່ກັບປະເທດຈີນເຊິ່ງພາໃຫ້ການພົວພັນລະຫວ່າງຈີນແລະອາເມລິກາໄດ້ຮັບຜົນກະທົບຢ່າງຮອບດ້ານ.ຝ່າຍຈີນຄັດຄ້ານເລື່ອງນີ້ຢ່າງຈະແຈ້ງ. ສອງຝ່າຍຕ້ອງຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງປະມຸກລັດ ສອງປະເທດຢ່າງແທ້ຈິງ,ທັງຕ້ອງດຳເນີນການກະກຽມດ້ານການເມືອງໃຫ້ແກ່ການໄປມາຫາສູ່ກັນໃນໄລຍະຕໍ່ໜ້ານີ້ໃຫ້ດີ.ທ່ານຫວາງຢີ້ຊີ້ອອກວ່າ,ບັນຫາໄຕ້ຫວັນ ແມ່ນບັນຫາທີ່ອ່ອນໄຫວທີ່ສຸດລະຫວ່າງຈີນແລະອາເມລິກາ.ພວກຂ້າພະເຈົ້າທວງໃຫ້ຝ່າຍອາເມລິກາຈົ່ງປະຕິ ບັດນະໂຍບາຍປະເທດຈີນດຽວຢ່າງແທ້ຈິງ.

 

ທ່ານອັນໂຕນີ ບລິນເຄັນ ກ່າວເນັ້ນວ່າຝ່າຍອາເມລິກາຈະສືບຕໍ່ປະຕິບັດ ນະໂຍບາຍປະເທດຈີນດຽວ.ທ່ານກ່າວວ່າ,ຝ່າຍອາເມລິກາເຫັນດີໃຫ້ອາເມລິກາ ແລະຈີນຄວນຂະຫຍາຍການພົວພັນລະຫວ່າງສອງປະເທດບົນຈິດໃຈເຄົາລົບເຊິ່ງກັນແລະກັນ,ຍິນດີສືບຕໍ່ຮັກສາການແລກປ່ຽນຄວາມຄິດເຫັນກັນກັບຝ່າຍຈີນ,ຄວບຄຸມຄວາມຄິດເຫັນທີ່ຕ່າງກັນຢ່າງມີຄວາມຮັບຜິດຊອບ,ເພື່ອຫຼີກລ່ຽງການເປັນປໍລະປັກກັນຈົນເຖິງຂັ້ນເກີດເປັນວິກິດການ.

ຄຳ​ເຫັນ

0