刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ກຸ່ມ G20 ສະ​ໜັບ​ສະ​ໜູນ​ການ​ກຳ​ນົດ​ອັດ​ຕາ​ພາ​ສີຕ່ຳ​ສຸດສຳ​ລັບ​​ວິ​ສາ​ຫະ​ກິດ​ ໃນ​​ທົ່ວ ໂລກ

2021-11-01 17:11:44 cri

 

ວັນ​ທີ 31 ຕຸລາ​ຜ່ານ​ມາ​ນີ້, ຜູ້​ນຳ​ກຸ່ມ G20 ໄດ້​ສະ​ແດງ​ທ່າ​ທີ​ສະ​ໜັບ​ສະ​ໜູນ​ການ​ກຳ​ນົດ​ອັດ​ຕາ​ພາ​ສີ​ຕ່ຳ​ສຸດ​ສຳ​ລັບ​ວິ​ສາ​ຫະ​ກິດ​ໃນ​ທົ່ວ​ໂລກ ແລະ​ຫວັງ​ວ່າ​ຈະ​ປະ​ຕິ​ບັດ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ໃນ​ປີ 2023.

ໃນ​ຖະ​ແຫຼງ​ການຫຼັງ​ກອງ​ປະ​ຊຸມ​ສຸດຍອດ, ຜູ້​ນຳ​ກຸ່ມ G20 ໄດ້​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ວາງ​ຂໍ້​ກຳ​ນົດ​ໃນ​ການ​ປະ​ຕິ​ບັດ​ໂດຍ​ໄວ ​ພາຍ​ໃຕ້​ຂອບກວມ​ລວມລະ​ຫວ່າງ​ອົງ​ການ​ຮ່ວມ​ມື​​ທາງ​ດ້ານ​ເສດ​ຖະ​ກິດແລະ​ການ​ພັດ​ທະ​ນາ​ກັບ​ກຸ່ມ G20 ກ່ຽວ​ກັບການ​ລົບລ່ຽງ​ພາ​ສີ​ທີ່​ປັ່ນ​ທອນ​ຖານ​ພາ​ສີ ຫຼື BEPS (Base Erosion and Profit Shifting).

ອົງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​​ແລະ​ການ​ພັດ​ທະ​ນາໄດ້​ປະ​ກາດ​ໃນ​ວັນ​ທີ 8 ຕຸ​ລາ​ຜ່ານ​ມາ​ນີ້​ວ່າ: ຢູ່ 136 ປະ​ເທດ​ແລະ​ເຂດ​ຄຸ້ມ​ຄອງ​​ຕາມ​ອຳ​ນາດ​ສານ​ໄດ້​ເຫັນ​ດີ​ດຳ​ເນີນ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​​ດ້ານພາ​ສີ​ສາ​ກົນ, ຈະ​ເກັບ​ພາ​ສີ​ສຳ​ລັບ​ວິ​ສາ​ຫະ​ກິດ​ຢ່າງ​ໜ້ອຍ 15% ນຳ​ວິ​ສາ​ຫະ​ກິດ​ຂ້າມ​ຊາດ​ຂະ​ໜາດ​ໃຫຍ່​ແຕ່​ປີ 2023 ເປັນ​ຕົ້ນ​ໄປ. ລັດ​ຖະ​ມົນ​ຕີ​ການ​ເງິນ​ ແລະ​ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ຂອງກຸ່ມ G20​ໄດ້​​ເຫັນ​ດີ​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ຮູບ​ພາ​ສີ​ສຳ​ລັບ​ວິ​ສາ​ຫະ​ກິດ​ທົ່ວ​ໂລກ​ໃນ​ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ໃນ​ກາງ​ເດືອນ​ຕຸ​ລາ​ຜ່ານ​ມາ​ນີ້.

ຄຳ​ເຫັນ

0