何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ອຸ​ຕຸ​ນິ​ຍົມ​ໂລກ​ເຜີຍ​ແຜ່​ບົດ​ລາຍ​ງານ​ຊົ່ວ​ຄາວກ່ຽວ​ກັບ “ສະ​ພາບ​ດິ​ນ​ຟ້າ​ອາ​ກາດ​ທົ່ວ​ໂລກ​ປີ 2021”

2021-11-01 10:57:14 CRI

ວັນ​ທີ 31 ຕຸ​ລາ​ແລ້ວ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ​ຄັ້ງ​ທີ 26 ໄດ້​ຈັດ​ຂຶ້ນ​ຢູ່ກຼາ​ສ​ໂກ​ປະ​ເທດ​ອັງ​ກິດ. ມື້​ດຽວ​ກັນ, ອົງ​ການ​ອຸ​ຕຸ​ນິ​ຍົມ​ໂລກ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານຊົ່ວ​ຄາວ​ກ່ຽວ​ກັບ “ສະ​ພາບ​ດິ​ນ​ຟ້າ​ອາ​ກາດ​ທົ່ວ​ໂລກ​ປີ 2021”. ບົດ​ລາຍ​ງານ​ສະ​ບັບ​ນີ້​ໄດ້​​ສະຫຼຸບ​ຂໍ້​ມູນ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​ຈົນ​ມາ​ຮອດ​ທ້າຍ​ເດືອນ​ກັນ​ຍາ​ປີ​ນີ້, ລວມ​ທັງ​ຕົວ​ຊີ້​​ວັດ​ສຳ​ຄັນ​ກ່ຽວ​ກັບ​ດິ​ນ​ຟ້າ​ອາ​ກາດ​ໃນຫຼາຍ​ດ້ານ, ເຊັ່ນ: ອຸນ​ຫະ​ພູມ, ສະ​ພາບ​ອາ​ກາດ​ຮຸນ​ແຮງ, ອຸນ​ຫະ​ພູມ​ນ້ຳ​ທະ​ເລ ແລະ​ລະ​ດັບ​ເປັນ​ກົດ​ຂອງ​ນ້ຳ​ທະ​ເລ, ລະ​ດັບ​ໜ້າ​ນ້ຳ​ທະ​ເລ​ເພີ່ມ​ສູງ​ຂຶ້ນ, ​ແຜ່ນ​ນ້ຳ​ກ້ອນ​ເທິງງ​ທະ​ເລ, ສາຍ​ນ້ຳ​ກ້ອນ, ແລະ​ອື່ນໆ. ໃນ​ບົດ​ລາຍ​ງານ​ໄດ້​ກ່າວ​ເນັ້ນ​ເປັນ​ພິ​ເສດ​ເຖິງ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດທີ່​ມີ​ຕໍ່ເສດ​ຖະ​ກິດ​ສັງ​ຄົມ, ເຊັ່ນ: ​ຄວາ​ມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ຊາ​ວ​ອົບ​ພະ​ຍົບ, ລະ​ບົບ​ນິ​ເວດ ແລະ ອື່ນໆ.

 

ອົງ​ການ​ອຸ​ຕຸ​ນິ​ຍົມ​ໂລກ​ກ່າວ​ວ່າ, ຄວາມ​ເຂັ້​ມ​ຂຸ້ນ ແລະ ປະ​ລິ​ມານ​ສະ​ສົມ​ຄວາມ​ຮ້ອນ​ຂອງ​ອາຍ​ພິດ​ເຮືອນ​ແກ້ວ​ໃນອາ​ກາດ​ “ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່” ເຊິ່ງໄດ້​ເຮັດ​ໃຫ້​ໜ່ວຍ​ໂລກ​ກ້າວ​ໄປ​ສູ່ “ຂົງ​ເຂດ​ທີ່​ບໍ່​​ຮູ້”, ທັງ​ຈະ​ສ້າງ​ຜົນ​ກະ​ທົບ​ຢ່າງ​ເລິກ​ເຊິ່ງ ແລະ ຍາວ​ໄກ ​ໃຫ້​ກັບ​ຄົນ​​ໃນຍຸກ​ປະ​ຈຸ​ບັນ ແລະ ຄົນ​ລຸ້ນຫຼັງ. ໃນ​ບົດ​ລາຍ​ງານ​ຍັງ​ລະ​ບຸ​ວ່າ, ຄວາມ​ເຂັ້ມ​ຂຸ້ນ​ຂອງ​ອາຍ​ພິດ​ເຮືອນ​ແກ້ວ​ຢູ່​ທົ່​ວ​ໂລກ​ໃນ​ປີ 2020 ໄດ້​ເພີ່ມ​ຂຶ້ນ​ສູ່​ລະ​ດັບ​ສູງ​​ອີກຄັ້ງ​ໃໝ່, ແລະ​ການ​ເພີ່ມ​ຂຶ້ນ​ແບບ​ນີ້​ຍັງ​ພວມ​ສືບ​ຕໍ່​ໃນ​ປີ 2021.

ຄຳ​ເຫັນ

0