覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ ຈີນເວ​ລາ​ໃດ​ກໍ​ເປັນ​ຜູ້​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ການປົວ​ແປງ​ດິນ​ຟ້າ​ອາ​ກາດ​

2021-11-02 12:06:55 cri

ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ວັນ​ທີ 1 ພະ​ຈິກ​ນີ້​ວ່າ: ຈີນ​​ເວ​ລາ​ໃດ​ກໍເປັນ​ຜູ້​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ການ​ປົວ​ແປງ​ດິນ​ຟ້າ​ອາ​ກາດ, ​ເປັນ​ເຈົ້າ​ການ​ແບກ​ຫາບ​ພັນ​ທະ​ສາ​ກົນ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ, ທັງເອົາ​ໃຈ​ໃສ່​ສຸດ​ຂີດ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ການ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.
 

 ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໃນ​ມື້​ດຽວ​ກັນ, ທ່ານ​ວ່າງ​ເວີນ​ປິ່ນ​ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໂດຍ​ໄດ້​ຕອບ​ໂຕ້ຫາງ​ສຽງ​ທີ່​ວ່າ “​ຈີນ​ມີ​ເປົ້າ​ໝາຍ​ທີ່​ບໍ່​ເຂັ້ມ​ແຂງ​ພຽງ​ພໍ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.”
 

 ສຳ​ລັບ​ຄຳ​ຖາມ​ທີ່​ວ່າ “ຈີນ​ໄດ້​ປະ​ກອບ​ສ່ວນຫຼາຍຫຼື​ບໍ​ໃນ​ບັນ​ຫາ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ?” ທ່ານ​ວ່າງ​ເວີນ​ປິ່ນໄດ້​ໃຫ້​ຄຳ​ຕອບ​ໂດຍ​ຍົກ​ຂໍ້​ມູນ​ຊຸດ​ໜຶ່ງ​​ມາ​ຊີ້​ແຈງ​ວ່າ:
 

“ສຳ​ລັບ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຈາກ​ການ​ປ່ອຍ​ກາກບອນ​ດີ​ອົກ​ຊິດ​ໃຫ້​ເຖິງ​ລະ​ດັບ​ສູງ​ສຸດ​ຈົນ​ຮອດ​ການ​ປອດ​ການ​ປ່ອຍ​ກາກບອນ​ດີ​ອົກ​ຊິດ, ສະ​ຫະ​ພາບ​ເອີ​ຣົບ​ໄດ້​ໃຊ້​ເວ​ລາ 71 ປີ, ອາ​ເມ​ຣິ​ກາ 43ປີ, ຍີ່​ປຸ່ນ 37 ປີ, ສ່ວນຈີນ​ໄດ້​ກຳ​ນົດ​ເວ​ລາໃຫ້​ກັບ​​ປະ​ເທດ​ຕົນ​ພຽງ​ແຕ່ 30 ປີ​ເທົ່າ​ນັ້ນ,  ​ເວ​ລາ​ທີ່​ສະ​ຫະ​ພາບ​ເອີ​ຣົບ​ນຳ​ໃຊ້ນັ້ນ​ແມ່ນ 2,4 ເທົ່າ​ຂອງ​ຈີນ,  ອາ​ເມ​ຣິ​ກາ​​ແມ່ນ 1,4 ເທົ່າ, ຍີ່​ປຸ່ນ​​ແມ່ນ 1,2 ເທົ່າ. ໃນ​ຖາ​ນະ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ຈີນ​ຈະ​ຫຼຸດການ​ປ່ອຍ​ກາກບອນ​ດີ​ອົກ​ຊິດ​ໃນ​ປະ​ລິ​ມານຫຼາຍ​ທີ່​ສຸດ​ໃນ​ໂລກ​ໃຫ້​ສຳ​ເລັດ, ໃຊ້​ເວ​ລາ​ສັ້ນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ໂລກ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ຈາກ​ການ​ປ່ອຍ​ກາກບອນ​ດີ​ອົກ​​ຊິດ​ໃຫ້​ເຖິງ​ລະ​ດັບ​ສູງ​ສຸດ​ຈົນ​ຮອດ​ການ​ປອດ​ການ​ປ່ອຍ​ກາກບອນ​ດີ​ອົກ​ຊິດ, ​ເປົ້າ​ໝາຍ​ນີ້​ໄດ້​ຮຽກ​ຮ້ອງ​ໃຫ້​ຈີນ​ຕ້ອງ​ສູ້​ຊົນ​ແລະ​ພະ​ຍາ​ຍາມ​ຢ່າງ​ຫຍຸ້ງ​ຍາກ​ລຳ​ບາກ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ວ່າ ​ປະ​ເທດຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​​ແມ່ນມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ກັບ​ບັນ​ຫາ​ນີ້”

ຄຳ​ເຫັນ

0