刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ກ່າວ​ວ່າ: ຖະ​ແຫຼງ​ການ​ກ່ຽວ​ກັບ​ແຜນ​ການ​ນິວ​ເຄຼຍ​ອີ​ຣານ​ຂອງ​ອາ​ເມ​ຣິ​ກາ​, ອັງ​ກິດ​ແລະ​ປະ​ເທດ​ອື່ນໆ ບໍ່​ມີ​ລັກ​ສະ​ນະ​ສ້າງ​ສັນ

2021-11-02 17:51:50 cri

 

ວັນ​ທີ 1 ພະ​ຈິກ​ນີ້, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ວ່າ: ຖະ​ແຫຼງ​ການ​ກ່ຽວ​ກັບ​ແຜນ​ການ​ນິວ​ເຄຼຍ​ອີ​ຣານ​ຂອງ​ຜູ້​ນຳ 4 ປະ​ເທດ ຄື: ອາ​ເມ​ຣິ​ກາ, ອັງ​ກິດ, ຝ​ຣັ່ງ ແລະ​ເຢຍ​ລະ​ມັນໃນ​ຫວ່າງມໍ່ໆ​ນີ້ ບໍ່​ມີ​ລັກ​ສະ​ນະ​ສ້າງ​ສັນ.

ໂຄ​ສົກທ່ານ​ນີ້​ກ່າວ​ວ່າ: ການ​ເຄື່ອນ​ໄຫວ​ນິວ​ເຄຼຍ​ຂອງ​ອີ​ຣານ​ມີ​ລັກ​ສະ​ນະ​ເພື່ອ​ສັນ​ຕິ​ພາບ, ອີ​ຣານບໍ່ມີ​ເຈດ​ຕະ​ນາຜະ​ລິດ​ອາ​ວຸດ​ນິວ​ເຄຼຍ, ອາ​ວຸດ​ນິວ​ເຄຼຍບໍ່​ໄດ້​ຖືກ​ກຳ​ນົດ​ໄວ້ໃນ​ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ​ຂອງ​ອີ​ຣານ. ສະ​ພາບ​ແຂງ​ກະ​ດ້າງ​ໃນ​ປັດ​ຈຸ​ບັນ​ແມ່ນ​ຍ້ອນ​ວ່າ​ອາ​ເມ​ຣິ​ກາ​ແລະ 3 ປະ​ເທດ​ເອີ​ຣົບ​ດັ່ງ​ກ່າວບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ, ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ ແລະ​ຝ່າ​ຝືນ​ມະ​ຕິ 2231 ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ ສ​ປ​ຊ.

ການ​ເຈ​ລະ​ຈາ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ລະ​ຫວ່າງ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​​ວຽນປະ​ເທດ​ໂອ​ຕຼິ​ສ​ແຕ່​ເດືອນ​ເມ​ສາ​ປີ​ນີ້​ເປັນ​ຕົ້ນ​ມາ ເພື່ອ​ປຶ​ກ​ສາ​ຫາ​ລື​ບັນ​ຫາ​ການ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ສັນ​ຍາ​ຂອງ​ອາ​ເມ​ຣິ​ກາ​ແລະ​ອີ​ຣານ, ມາ​ຮອດ​ປັດ​ຈຸ​ບັນ​ນີ້, ການ​ເຈ​ລະ​ຈາ​ໄດ້​ດຳ​ເນີນ​ໄປ 6 ເທື່ອ​ແລ້ວ. ຍ້ອນ​ວ່າ​ອາ​ເມ​ຣິ​ກາ​ແລະ​ອີ​ຣານ​ມີ​ຄວາມ​ເຫັນ​ທີ່​ຂັດ​ແຍ້ງ​ກັນ​ຢ່າງໜັກ​ໜ່ວງ ແລະ​ຜູ້​ນຳ​ລັດ​ຖະ​ບານ​ອີ​ຣານ​ປ່ຽນ​ຊຸດ​ໃໝ່, ການ​ເຈ​ລະ​ຈາ​ຮອບ​ໃໝ່​ຈຶ່ງ​ຍັງ​ບໍ່​ທັນ​ໄດ້​ຈັດ​ຂຶ້ນ​ໂດຍ​ໄວ. ທ່ານ​ອາ​ລີ ບັກ​ເຮ​ຣີ ກາ​ນີ ກ່າວ​ໃນ​ຫວ່າງ​ກ່ອນ​ນີ້​ວ່າ: ອີ​ຣານ​ເຫັນ​ດີ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ນິວ​ເຄຼຍ​ອີ​ຣານ​ກ່ອນ​ທ້າຍ​ເດືອນ​ພະ​ຈິກ​ນີ້, ເປົ້າ​ໝາຍ​ຢ່າງ​ດຽວ​ຂອງ​ການ​ເຈ​ລະ​ຈາ​ຮອບ​ໃໝ່​ແມ່ນ​​ຕ້ອງ​ຍົກ​ເລີກ​ການ​ລົງ​ໂທດທີ່​ໂຫດ​ຮ້າຍ​ແລະ​ຜິດ​ກົດ​ໝາຍ​ຂອງ​ອາ​ເມ​ຣິ​ກາ​​ທີ່​ມີຕໍ່​ອີ​ຣານ.

ຄຳ​ເຫັນ

0