陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວສຳບັບທຳອິດຂອງຈີນມີຜົນບັງຄັບ ໃຊ້ຢ່າງເປັນທາງການ

2021-11-02 16:47:22 cri

ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວແຫ່ງສາທາລະນະລັດປະຊາຊົນຈີນ ມີຜົນບັງຄັບໃຊ້ຢ່າງເປັນທາງການໃນວັນທີ 1 ພະຈິກປີ2021,ນີ້ແມ່ນກົດໝາຍສັງ ລວມທີ່ເປັນລະບົບສະບັບທຳອິດຂອງຈີນທີ່ແນ່ໃສ່ປົກປ້ອງຂໍ້ມຸນສ່ວນຕົວ,ເຊິ່ງເປັນການຮັບປະກັນທາງດ້ານກົດໝາຍອັນແຂງແຮງໃຫ້ແກ່ການແກ້ໄຂບັນຫາຈຸດສຸມ ຈຸດຫຍຸ້ງຍາກໃນການປົກປ້ອງຂໍ້ມູນສ່ວນຕົວ.

 

ນັກວິຊາການເຫັນວ່າ,ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວມີຜົນບັງຄັບ ໃຊ້ຢ່າງເປັນທາງການເປັນຂີດໝາຍສະແດງໃຫ້ເຫັນວ່າ,ລະບົບນິຕິກຳວ່າດ້ວຍ ການປົກປ້ອງຂໍ້ມູນສ່ວນຕົວຂອງຈີນໄດ້ເຂົ້າສູ່ໄລຍະພັດທະນາອັນໃໝ່,ການປົກ ປ້ອງຂໍ້ມູນສ່ວນຕົວຂອງພົນລະເມືອງແລະການພັດທະນາເສດຖະກິດດີຈີຕອນມີ ຄວາມໝາຍອັນສຳຄັນ.

 

ເພື່ອເຮັດໃຫ້ການແກ້ໄຂຂໍ້ມູນສ່ວນຕົວໃຫ້ເປັນລະບຽບແບບແຜນຢ່າງເຄັ່ງຄັດ,ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວໄດ້ກຳນົດຄວາມຮັບຜິດຊອບດ້ານບໍລິຫານແລະກົດໝາຍແພ່ງຢ່າງເຄັ່ງຄັດ,ຖ້າມີການກະທຳຜິດທີ່ໜັກໜ່ວງ,ຈະຖືກປັບໄໝສູງສຸດບໍ່ເກີນ 50 ລ້ານຢວນຫຼືມູນຄ່າການດຳເນີນທຸລະກິດໃນສົກປີ ແລ້ວນີ້ບໍ່ເກີນ 5%.

ຄຳ​ເຫັນ

0