刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ປະ​ທານເວ​ທີ​ປຶກ​ສາ​ຫາ​ລື​ເ​ສດ​ຖະ​ກິດ​ໂລກ​ເຫັນ​ວ່າ: ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ທຸກ​ຄົນ

2021-11-02 17:50:59 cri

 

ປີ​ນີ້​ແມ່ນ​ປີ​ທີ່​ຈີນ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົ​ງ​ການ​ການ​ຄ້າ​ໂລກ​ຄົບ​ຮອບ 20 ປີ. ທ່ານບອດ ເບ​ຣນ ​ປະ​ທານ​ເວ​ທີ​ປຶກ​ສາ​ຫາ​​ລື​ເສດ​ຖະ​ກິດ​ໂລກ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ການ​ທີ່​ຈີນ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ກາ​ນ​ຄ້າ​ໂລກ​ແມ່ນ​ເຫດ​ການ​ສຳ​ຄັນໃນ​ຂະ​ບວນ​ການ​ໂລ​ກາ​ພິ​ວັດ ແລະ​ຂະ​ບວນ​ການ​ໂລ​ກາ​ພິ​ວັດ​ກໍ​ໄດ້​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ໃນຫຼາຍ​ສິບ​ປີ​ຜ່ານ​ມາ​ມີ​ການ​ພັດ​ທະ​ນາຫຼາຍ.

ທ່ານບອດ ເບ​ຣນ ກ່າວ​ວ່າ: ເສດ​ຖະ​ກິດ​ຈີນ​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ​ເມື່ອ​ທຽບ​ໃສ່ 20 ປີ​ກ່ອນ​ຕອນ​ທີ່​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ. ປັດ​ຈຸ​ບັນ, ຈີນ​ແມ່ນ​ກຸ່ມ​ເສດ​ຖະ​ກິດ​ທີ່​ໃຫຍ່ກວ່າ​ເກົ່າ​ແລະ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງກວ່າ​ເກົ່າ, ຈີນ​​ໄດ້ພັດ​ທະ​ນາຈາກ​ກຸ່ມ​ເສດ​ຖະ​ກິດ​ທີ່​ພວມ​ພັດ​ທະ​ນາ ​ກາຍ​ເປັນ​ໜຶ່ງ​ໃນ​ປະ​ເທດ​ທີ່​ມີ​ລະ​ດັບ​ອຸດ​ສາ​ຫະ​ກຳ​ສູງ​ສຸດ​ໃນ​ໂລກ. ພ້ອມ​ກັນ​ນັ້ນ, ຈີນ​ຍັງ​ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ທີ່​ມີ​ການ​ລົງ​ທຶນ​ຢູ່​ຕ່າງປະ​ເທດຫຼາຍກວ່າ​ເກົ່າ ແລະອາ​ໄສ​ການ​ຄ້າຫຼາຍກວ່າ​ເກົ່າ, ຈີນ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ​ໄດ້​ຢ່າງ​ສົມ​ບູນ​ແລ້ວ.

ທ່ານບອດ ເບ​ຣນ ຍັງ​ກ່າວ​ວ່າ: ທ່ານ​ເອງ​​ກໍຫວັງ​ວ່າ​​ໃນອະ​ນາ​ຄົດ ໂລ​ກາ​ພິ​ວັດຈະສືບ​ຕໍ່ໄດ້​ຮັບ​ການ​ຊຸກ​ຍູ້​ໃຫ້​ກ້າວ​ໄປ​ໜ້າຢ່າງ​ຕໍ່​ເນື່ອງ​, ປະ​ເທດ​ຕ່າງໆ​ຄວນ​ນຳ​ໃຊ້​ນະ​ໂຍ​ບາຍ​ເພື່ອ​ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ເທດ​ໃກ້​ຄຽງ, ແຕ່ບໍ່​ແມ່ນ​​ສ້າງ​ຜົນ​ກະ​ທົບ​ໃຫ້ປະ​ເທດ​ໃກ້​ຄຽງ​. ທ່ານ​ກ່າວ​ວ່າ: ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​​ໄດ້ກ່າວ​ເນັ້ນຫຼາຍ​ເທື່ອ​ຢູ່​ເວ​ທີ​ປຶກ​ສາ​ຫາ​ລື​ດາ​ວອ​ສ ແລະ​ໃນ​ໂອ​ກາດ​ອື່ນໆ ​ວ່າ: ໂລກ​ຕ້ອງ​ການ​ລະ​ບົບຫຼາຍ​ຝ່າຍ​ທີ່​ມີ​ຄວາມ​ເຂັ້ມ​ແຂງ. ຈີນ​ເປັນ​ປະ​ເທດ​ທີ່​ມີ​ຊີ​ວິດ​ຊີ​ວາ​ໃນ​ຂົງ​ເຂດ​ການ​ຄ້າ​ສາ​ກົນ ແລະ​ໄດ້ສຸມ​ຄວາມ​ພະ​ຍາ​ຍາມ​ສ້າງ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ທີ່​ເຂັ້ມ​ແຂງ. ທ່ານ​ເຊື່ອ​ໝັ້ນ​ວ່າ: ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ທຸກ​ຄົນ.

ຄຳ​ເຫັນ

0