陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

6 ປະເທດອາຊຽນໄດ້ສຳເລັດການຮັບຮອງRCEPແລ້ວ

2021-11-02 14:53:05 cri

 ວັນທີ 1 ພະຈິກນີ້,ທ່ານຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າໄທກ່າວວ່່າ:ໄທ ສິງກະໂປ ບຼູໄນ ລາວ ກຳປູເຈຍ ຫວຽດນາມ,ລວມທັງໝົດ 6 ປະເທດ ໄດ້ຍື່ນໜັງສືຮັບຮອງ “ສັນຍາການ ພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ”ຫຼືRCEPໃນວັນທີ 28 ຕຸລາຜ່ານມານີ້.

 

ອີງຕາມຂໍ້ກຳນົດ,ໃນປະເທດທີ່ໄດ້ລົງລາຍເຊັນໃນສັນຍາດັ່ງກ່າວແລ້ວ,ໃນ 10 ປະເທດອາຊຽນຢ່າງໜ້ອຍມີ 6 ປະເທດ,ແລະໃນ 5 ປະເທດທີ່ບໍ່ແມ່ນອາຊຽນ ຢ່າງໜ້ອຍມີ 3 ປະເທດໄດ້ຜ່ານການຮັບຮອງແລ້ວ,ສັນຍາດັ່ງກ່າວຈະມີຜົນບັງຄັບ ໃຊ້ຢ່າງເປັນທາງການໃນທັນທີ.ຄາດວ່າສັນຍາດັ່ງກ່າວຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນປີ 2022 ຕາມເວລາກຳນົດ.

 

ການເຈລະຈາRCEPແມ່ນ 10 ປະເທດອາຊຽນເປັນຜູ້ລິເລີ່ມຂຶ້ນໃນປີ 2012,ໂດຍ ໄດ້ເຊື້ອເຊີນອົສຕຣາລີ ຈີນ ອິນເດຍ ຍີ່ປຸ່ນ ສ.ເກົາຫຼີ ນີວຊີແລນເຊິ່ງເປັນ 6 ປະເທດຄູ່ເຈລະຈາເຂົ້າຮ່ວມ.ກອງປະຊຸມຜູ້ນຳRCEPຄັ້ງທີ 3 ໄດ້ໄຂຂຶ້ນຢູ່ ນະຄອນຫຼວງບາງກອກປະເທດໄທໃນເດືອນພະຈິກປີ 2019,ທັງໄດ້ອອກ ຖະແຫຼງການຮ່ວມ,ໂດຍໄດ້ປະກາດວ່າ: 15 ປະເທດຍົກເວັ້ນປະເທດອິນເດຍໄດ້ ສິ້ນສຸດການເຈລະຈາໃນເອກະສານທັງໝົດພ້ອມດ້ວຍການເຈລະຈາກ່ຽວກັບການອະນຸຍາດໃຫ້ເຂົ້າເຖິງຕະຫຼາດທັງໝົດແລ້ວ.ເດືອນພະຈິກປີ 2020, 15 ປະເທດ ສະມາຊິກRCEPໄດ້ເຊັນສັນຍາດັ່ງກ່າວຢ່າງເປັນທາງການ.

ຄຳ​ເຫັນ

0