陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາເມຣິກາປະກາດຜົນສຳຫຼວດເຫດການເຮືອດຳນ້ຳນີວເຄຼຍຢູ່ທະເລຈີນໃຕ້

2021-11-03 11:30:57 cri

ຕໍ່ກັບຜົນສຳຫຼວດເຫດການເຮືອດຳນ້ຳນີວເຄຼຍຢູ່ທະເລຈີນໃຕ້ທີ່ອາເມລິກາປະກາດໃນຫວ່າງມໍ່ໆນີ້,ໃນກອງປະຊຸມຖະແຫຼງຂ່າວປະຈຳໃນວັນທີ 2 ພະຈິກ ນີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະ ເທດຈີນໄດ້ທວງອີກເທື່ອໜຶ່ງ ໃຫ້ອາເມລິກາຊີ້ແຈງສະພາບທີ່ກ່ຽວຂ້ອງຂອງເຫດການຢ່າງລະອຽດ,ເພື່ອຕອບ ສະໜອງຄວາມເປັນຫ່ວງແລະຄວາມສົງໄສຂອງປະເທດໃນພາກພື້ນນີ້ຢ່າງເຕັມ ສ່ວນ.

 

   ໃນເວລາຕອບຄຳຖາມຂອງນັກຂ່າວ,ທ່ານວ່າງເວີນປິ່ນກ່າວວ່າ: “ພາຍຫຼັງ ເຫດການເກີດຂຶ້ນໜຶ່ງອາທິດ,ອາເມຣິກາຈຶ່ງປະກາດຖະແຫຼງການທີ່ໃຫ້ຄຳອະທິ ບາຍບໍ່ຈະແຈ້ງ,ໂດຍກ່າວວ່າ,ເຮືອດຳນ້ຳນີວເຄຼຍໄດ້ຕຳໃສ່ສິ່ງທີ່ບໍ່ຮູ້ວ່າແມ່ນຫຍັງ.ພາຍຫຼັງເຫດການເກີດຂຶ້ນເກືອບເດືອນໜຶ່ງແລ້ວ,ພັດເວົ້າວ່າໄດ້ຕຳໃສ່ພູໃຕ້ທະເລທີ່ບໍ່ຮູ້ຊື່,ອາເມຣິກາຍັງໄດ້ຕັ້ງໃຈເວົ້າແບບບໍ່ຈະບໍ່ແຈ້ງວ່າເຫດການເກີດຂຶ້ນຢູ່ນ່ານນ້ຳສາກົນພາກພື້ນອິນເດຍປາຊິກຟິກ,ຕໍ່ກັບຈຸດປະສົງການເດີນທະເລຂອງເຮືອດຳນ້ຳ,ສະຖານທີ່ເກີດເຫດອັນລະອຽດ,ແມ່ນຢູ່ເຂດເສດຖະກິດສະເພາະຫຼືນ່ານນ້ຳທະເລຂອງປະເທດອື່ນຫຼືບໍ່,ເຫດການໄດ້ພາໃຫ້ນີວເຄຼຍຮົ່ວອອກຫຼືບໍ່,ພ້ອມດ້ວຍບັນ ຫາທຳລາຍສິ່ງແວດລ້ອມທະເລແລະອື່ນໆທີ່ພາຍນອກມີຄວາມເປັນຫ່ວງແລະ ຄວາມສົງໄສຢ່າງໜັກໜ່ວງນັ້ນ,ພັດບໍ່ໄດ້ໃຫ້ຄຳຊີ້ແຈງອັນຈະແຈ້ງ,ນີ້ໄດ້ເຜີຍແບຄວາມບໍ່ໂປ່ງໃສແລະບໍ່ມີຄວາມຮັບຜິດຊອບຂອງອາເມລິກາຢ່າງເຕັມທີ່.”

 

ທ່ານວ່າງເວີນປິ່ນກ່າວວ່າ,ບັນຫາສຳຄັນໃນປັດຈຸບັນແມ່ນອາເມຣິກາຕ້ອງ ຢຸດຕິການສົ່ງກຳປັ່ນຮັບແລະຍົນຮົບໄປທ້າທາຍເກາະຜິດແລະອວດອົ່ງກຳລັງອາວຸດທົ່ວທີບ,ຢຸດຕິການກະທຳທີ່ທຳລາຍອະທິປະໄຕແລະຄວາມໝັ້ນຄົງຂອງປະເທດອື່ນ.ຖ້າບໍ່ດັ່ງນັ້ນ,ເຫດການປະເພດນີ້ບໍ່ຫ່ອນຈະຫຼຸດໜ້ອຍລົງ,ອາດຈະເພີ່ມຫຼາຍຂຶ້ນເທົ່ານັ້ນ.

ຄຳ​ເຫັນ

0