陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງປະຊຸມສຸດຍອດຜູ້ນຳຂອງກອງປະຊຸມດິນຟ້າອາກາດອົງການສະຫະປະຊາ ຊາດທີ່ກລາສໂກໄດ້ອັດລົງແລ້ວ

2021-11-03 12:21:00 cri

ກອງປະຊຸມສຸດຍອດຜູ້ນຳຂອງໂລກຂອງກອງປະຊຸມປະເທດພາຄີໃນສົນທິສັນຍາຂອບຂອງອົງການສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 26 ທີ່ຈັດຂຶ້ນຢູ່ນະຄອນກລາສໂກປະເທດອັງກິດໄດ້ສິ້ນສຸດລົງໃນວັນທີ 2 ພະຈິກນີ້,ໂດຍໄດ້ຢ່ວງບາດກ້າວທີ່ເປັນນິມິດໝາຍໃນປະຫວັດສາດໃນບັນຫາການປົກປັກຮັກສາປ່າໄມ້.

 

ມີ 114 ປະເທດລວມທັງຈີນ ຣັດເຊຍ ບຣາຊີວເປັນຕົ້ນໄດ້ຮ່ວມກັນລົງນາມໃນຖະ ແຫຼງການຜູ້ນຳກລາສໂກກ່ຽວກັບປ່າໄມ້ແລະການນຳໃຊ້ທີ່ດິນ,ໂດຍໄດ້ໃຫ້ຄຳໝັ້ນສັນຍາຈະຢຸດຕິການຕັດປ່າໄມ້ເມື່ອຮອດປີ 2030 ເພື່ອຫັນປ່ຽນສະພາບດິນເສື່ອມ. ຜູ້ນຳຫຼາຍກວ່າ 35 ປະເທດສະໜັບສະໜູນແລະລົງນາມໃນວາລະບຸກທະລຸ ກຣາສໂກສະບັບໃໝ່,ເຊິ່ງວາລະດັ່ງກ່າວໄດ້ຊຸກຍູ້ໃຫ້ບັນດາປະເທດແລະວິສາຫະກິດຮ່ວມກັນພະຍາຍາມ,ເພື່ອເລັ່ງລັດການພັດທະນາແລະການນຳໃຊ້ເຕັກນິກສະອາດຢ່າງຫຼວງຫຼາຍພາຍໃນເວລາ 10 ປີ,ທັງຊຸກຍູ້ການຫຼຸດຕົ້ນທຶນ.ແແ

ຄຳ​ເຫັນ

0