刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົ​ສ​ຕຼາ​ລີ​ຄວນ​ປະ​ຕິ​ບັດ​ຕໍ່ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຄົມ​ໂລກ​ກ່ຽວ​ກັບການ​ຮ່ວມ​ມື​ດ້ານ​ເຮືອ​ດຳ​ນ້ຳ​ນິວ​ເຄຼຍຢ່າງ​ຈິງ​ໃຈ​

2021-11-03 10:17:19 cri

 

ວັນ​ທີ 2 ພະ​ຈິກ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ອົສຕຼາລີຄວນປະຕິບັດ​ຕໍ່ຄວາມສົນໃຈຂອງປະຊາ ຄົມໂລກ​ກ່ຽວ​ກັບການຮ່ວມມືດ້ານເຮືອດຳນ້ຳນິວເຄຼຍຢ່າງຈິງໃຈ.

ຂ່າວ​ແຈ້ງວ່າ: ທ່ານ​ເມມ​ມາ​ນູ​ເອັນ ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ອົ​ສ​ຕຼາ​ລີ​ໃນ​ໄລ​ຍະ​ກອງ​ປະ​ຊຸມດ​ສຸດຍອດກຸ່ມ G20 ວ່າ: ທ່າ​ນ​ສະກອດ ໂມ​ຣີ​ຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອົ​ສ​ຕຼາ​ລີ​ໄດ້​ເວົ້າ​ຄຳ​ຂີ້ຕົວະ​ຕໍ່​ຝ​ຣັ່ງ​ກ່ຽວ​ກັບ​ເລື່ອງ​ສັນ​ຍາ​ເຮືອ​ດຳ​ນ້ຳ, ຝ​ຣັ່ງ​ຈະ​ເຊື່ອ​ໝັ້ນ​ອົ​ສ​ຕຼາ​ລີ​ຄືນ​ໃໝ່ຫຼື​ບໍ່ ແມ່ນ​ຕ້ອງ​ເບິ່ງ​​ວ່າທ່ານ​ໂມ​ຣີ​ຊັນ​ມີ​ການ​ກະ​ທຳ​ແນວ​ໃດ.

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ວ່າ: “ຈີນ​ໄດ້​ຊີ້​ແຈງຫຼັກ​ໝັ້ນ​ຕາມຫຼັກ​ການ​ຂອງ​ຕົນຫຼາຍ​ເທື່ອ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເຮືອ​ດຳ​ນ້ຳ​ນິວ​ເຄຼຍ​ລະ​ຫວ່າງ​ອົ​ສ​ຕຼາ​ລີ​ ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ. ອົ​ສ​ຕຼາ​ລີຄວນ​ຕອບ​ສະ​ໜອງ​ຄວາມ​ສົງ​ໄສ​ຂອງ​ຄູ່​ຮ່ວມ​ມື​ດ້ວຍ​ຄວາມ​​ຈິງ​ໃຈ, ຍິ່ງ​ຄວນ​ປະ​ຕິ​ບັດ​ຕໍ່​ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຄົມ​ໂລກ​ຢ່າງ​ຈິງ​ໃຈ, ປະ​ຕິ​ບັດ​ພັນ​ທະ​ສາ​ກົນ​ທີ່ບໍ່ແຜ່​ຜາຍ​ອາ​ວຸດ​ນິວ​ເຄຼຍ​ຢ່າງ​ແທ້​ຈິງ, ຢຸດ​ຕິ​ການ​​ສ້າງ​ຄວາມ​ເປັນ​ປໍ​ລະ​ປັກ​ກັນ​ລະ​ຫວ່າງ​ກຸ່ມ​ກ້ອນ, ການ​ແຜ່​ຜາຍ​ຄວາມ​ຊ່ຽງ​ ແລະການ​ກະ​ທຳ​​ອື່ນໆທີ່ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ.”

 

ຄຳ​ເຫັນ

0