陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຍິນດີຮ່ວມກັບບັນດາປະເທດເພື່ອຕໍ່ຕ້ານທ່າອ່ຽງທີ່ບໍ່ດີທີ່ຫັນບັນຫາສິດທິມະນຸດເປັນບັນຫາການເມືອງ

2021-11-03 12:31:37 cri

ໃນເວລາຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 2 ພະຈິກນີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຈີນຍິນດີຮ່ວມກັບປະເທດຕ່າງໆໃນໂລກ,ສືບຕໍ່ຮ່ວມມືກັນພະຍາຍາມ,ລິສົ່ງເສີມ ການເຄົາລົບແລະປະຕິບັດຕາມຈຸດປະສົງແລະຫຼັກການຂອງກົດບັດສະຫະປະຊາຊາດພ້ອມດ້ວຍຫຼັກການພື້ນຖານຂອງກົດໝາຍສາກົນ,ຮ່ວມກັນຕໍ່ຕ້ານທ່າອ່ຽງທີ່ບໍ່ດີທີ່ຫັນບັນຫາສິດທິມະນຸດເປັນບັນຫາການເມືອງ,ພະຍາຍາມຢ່າງບໍ່ລົດລະເພື່ອບັນລຸເປົ້າໝາຍ ອັນສູງສົ່ງທີ່ທຸກຄົນໄດ້ຊົມໃຊ້ສິດທິມະນຸດ.

 

ຫວ່າງກ່ອນນີ້,ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 76 ໄດ້ຈັດ ກອງປະຊຸມຄົບຄະນະເພື່ອພິຈາລະນາບົດລາຍງານຂອງສະພາສິດທິມະນຸດ,ຄະ ນະກຳມະການທີ 3 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຍັງໄດ້ຈັດການ ສົນທະນາເພື່ອແລກປ່ຽນຄວາມຄິດຄວາມເຫັນກັບປະທານສະພາສິດທິມຸນຸດ.ໃນ ກອງປະຊຸມ,ຈີນໄດ້ຮ່ວມກັບຫຼາຍປະເທດ,ຮ່ວມກັນຄັດຄ້ານການຫັນບັນ ຫາສິດທິມະນຸດເປັນບັນຫາການເມືອງ,ຄັດຄ້ານການນຳໃຊ້ບັນຫາສິດທິມະ ນຸດເພື່ອແຊກແຊງວຽກງານພາຍໃນຂອງປະເທດອື່ນ.

 

ໃນເວລາແນະນຳສະພາບທີ່ກ່ຽວຂ້ອງຕາມການສອບຖາມຂອງນັກຂ່າວ,ທ່ານວ່າງເວີນປິ່ນກ່າວວ່າ: “ສິດທິມະນຸດບໍ່ແມ່ນສິດພິເສດຂອງປະເທດຕາເວັນຕົກສ່ວນ ໜ້ອຍ,ແຕ່ແມ່ນສິດຂອງປະຊາຊົນບັນດາປະເທດ.ສະພາສິດທິມະນຸດແມ່ນເວທີສຳລັບດຳເນີນການສົນທະນາແລະການຮ່ວມມືທີ່ສ້າງສັນກ່ຽວກັບບັນຫາສິດທິມະນຸດ, ແຕ່ບໍ່ແມ່ນສະຖານທີ່ສຳລັບສ້າງຄວາມຂັດແຍ້ງກັນແລະພາໃຫ້ເກີດການເປັນປໍລະປັກກັນທາງການເມືອງດ້ວຍນ້ຳມືຂອງຄົນ.ປັດຈຸບັນ,ວຽກງານສະພາສິດທິມະນຸດ ປະເຊີນກັບສິ່ງທ້າທາຍຫລາຍຢ່າງ,ເປັນຕົ້ນແມ່ນການຫັນບັນຫາສິດທິມະນຸດກາຍເປັນບັນຫາການເມືອງໄດ້ຮ້າຍແຮງຂຶ້ນ,ການລົງທຶນເຂົ້າໃນສິດເສດຖະກິດສັງຄົມ ວັດທະນະທຳແລະການພັດທະນາບໍ່ພຽງພໍ,ມະຕິແລະກົນໄກກ່ຽວກັບສິດທິມະນຸດ ຂອງແຕ່ລະປະເທດກຳເນີດຂຶ້ນຢ່າງຊະຊາຍ ກົນໄກພິເສດກ່ຽວກັບສິດທິມະນຸດ ຈຳນວນໜຶ່ງຝ່າຝືນກັບຫຼັກການພາວະວິໄສແລະເປັນກາງແລະອື່ນໆ.ຈີນເດັດດ່ຽວຄັດຄ້ານການຫັນບັນຫາສິດທິມະນຸດເປັນບັນຫາການເມືອງແລະໃຊ້ສອງມາດຕະ ຖານ,ຄັດຄ້ານການນຳໃຊ້ບັນຫາສິດທິມະນຸດເພື່ອແຊກແຊງວຽກງານພາຍໃນຂອງປະເທດອື່ນ.”

ຄຳ​ເຫັນ

0