陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໜຶ່ງອາທິດຜ່ານມາ

2021-11-03 16:01:54 cri

ອົງການອະນາໄມໂລກໄດ້ປະກາດບົດລາຍງານປະຈຳສັບປະດາກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກໂດຍຊີ້ອອກວ່າ,ໃນເຊື້ອພະ ຍາດໂຄວິດ-19 ທີ່ແຜ່ລະບາດຢູ່ປະເທດສ່ວນຫຼາຍທີ່ສຸດໃນປັດຈຸບັນນີ້,ເຊື້ອພະ ຍາດເດວຕາໄດ້ກວມຫຼາຍທີ່ສຸດ.

 

ບົດລາຍງານປະຈຳສັບປະດາສະແດງໃຫ້ເຫັນວ່າ,ໃນໝວດຕົວຢ່າງ 842510 ຕົວຢ່າງທີ່ຍື່ນໃຫ້ເວທີ“ຂໍ້ລິເລີ່ມທົ່ວໂລກຮ່ວມກັນຊົມໃຊ້ຕົວເລກຂໍ້ມູນໄຂ້ຫວັດໃຫຍ່” ເຊິ່ງເປັນເວທີສາກົນເພື່ອຮ່ວມກັນຊົມໃຊ້ຊັບພະຍາກອນໝວດພັນທຸກຳໃນ 60 ມື້ ຜ່ານມາ,ເຊື້ອເດວຕາໄດ້ກວມ 99.5%.

 

ຕົວເລກຂໍ້ມູນຂອງອົງການອະນາໄມໂລກສະແດງໃຫ້ເຫັນວ່າ,ໃນໜຶ່ງອາທິດຮອດວັນທີ 31 ຕຸລາແລ້ວນີ້,ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດທີ່ເພີ່ມຂຶ້ນໃໝ່ຫຼາຍກວ່າ 3 ລ້ານກໍລະນີ,ມີຜູ້ເສຍຊີວິດທີ່ເພີ່ມໃໝ່ຫຼາຍກວ່າ 50.000 ຄົນ,ໂດຍສອງຕົວ ເລກດັ່່ງກ່າວຕ່າງໄດ້ເພີ່ມຂຶ້ນ 3%ແລະ8%ເມື່ອທຽບກັບໜຶ່ງອາທິດກ່ອນ,ເຊິ່ງລ້ວນ ແຕ່ເພີ່ມຂຶ້ນໜ້ອຍໜຶ່ງ.

 

ພາກພື້ນອາຊີຕາເວັນອອກສ່ຽງໃຕ້ແມ່ນພາກພື້ນທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເພີ່ມໃໝ່ຫຼາຍກວ່າໝູ່ໃນໂລກໃນອາທິດນັ້ນ,ໂດຍໄດ້ເພີ່ມຂຶ້ນ 50%ເມື່ອທຽບ ກັບອາທິດກ່ອນ,ຮອງລົງມາແມ່ນພາກພື້ນເອີຣົບແລະພາກພື້ນປາຊິກຟິກຕາເວັນ ແຕົກ.

ຄຳ​ເຫັນ

0