陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

FED ປະກາດຈະຫຼຸດການຊື້ຊັບສິນ 15 ຕື້ໂດລາສະຫະລັດສະຫະລັດຕໍ່ເດືອນໂດຍ ເລີ່ມແຕ່ເດືອນພະຈິກນີ້ເປັນຕົ້ນໄປ

2021-11-04 12:24:43 cri

ພາຍຫຼັງສິ້ນສຸດກອງປະຊຸມກ່ຽວກັບນະໂຍບາຍເງິນຕາທີ່ໄຂຂຶ້ນເປັນເວລາສອງ ວັນໃນວັນທີ 3 ພະຈິກນີ້ແລ້ວ, ທະນາຄານອາເມຣິກາ FED ໄດ້ປະກາດວ່າ, ຈະຫຼຸດການຊື້ຊັບສິນ 15 ຕື້ໂດລາສະຫະລັດຕໍ່ເດືອນໂດຍເລີ່ມຈາກເດືອນພະຈິກນີ້ ເປັນຕົ້ນໄປ,ທັງຈະຕິດຕາມສະພາບການເພື່ອປັບປຸງຈັງຫວະຄວາມໄວໃນການຊື້ ຊັບສິນ.

 

FED ໄດ້ອອກຖະແຫຼງການໃນວັນທີ 3 ພະຈິກນີ້ວ່າ:ນັບແຕ່ເດືອນທັນວາປີກາຍນີ້ ເປັນຕົ້ນມາ,ເສດຖະກິດຂອງອາເມຣິກາໄດ້ “ຮັບຄວາມຄືບໜ້າທີ່ເຫັນຜົນຈິງ”ໃນ ສອງເປົ້າໝາຍໃຫຍ່ຄື:ເຮັດໃຫ້ລາຄາສິນຄ້າມີຄວາມໝັ້ນທ່ຽງແລະການປະກອບ ອາຊີບມີຄວາມເຕັມສ່ວນ.ການປັບຈັງຫວະຄວາມໄວໃນການຊື້ຊັບສິນຕໍ່ເດືອນລົງ ໂດຍເລີ່ມແຕ່ເດືອນພະຈິກນີ້ເປັນຕົ້ນໄປນັ້ນ“ອາດຈະເໝາະສົມແລ້ວ”. ການພັດທະ ນາເສດຖະກິດຍັງຄົງຂຶ້ນຢູ່ກັບການພັດທະນາຂອງສະພາບການແຜ່ລະບາດຂອງພະຍາດໂຄວິດ-19,ຄາດວ່າຄວາມຄືບໜ້າໃນດ້ານການສັກວັກຊິນແລະການຜ່ອນຄາຍການຈຳກັດການສະໜອງວັກຊິນຈະສະໜັບສະໜູນການເຄື່ອນໄຫວດ້ານເສດຖະກິດແລະການປະກອບອາຊີບໃຫ້ສືບຕໍ່ເພີ່ມຂຶ້ນແລະເຮັດໃຫ້ໄພເງິນເຟີ້ຕ່ຳລົງ,ແຕ່ອະນາຄົດດ້ານ ເສດຖະກິດຍັງມີຄວາມສ່ຽງຢູ່.

 

ເດືອນມີນາປີກາຍນີ້, FED ໄດ້ປະກາດນະໂຍບາຍຜ່ອນຄາຍເງິນຕາທາງ ປະລິມານແບບ“ບໍ່ຈຳກັດເພດານ”,ເພື່ອຮັບມືກັບຜົນກະທົບຈາກພະຍາດໂຄວິດ-19 ທີ່ມີຕໍ່ເສດ ຖະກິດຂອງອາເມຣິກາ.ຄຽງຄູ່ກັບເສດຖະກິດຂອງອາເມຣິກາມີທ່ວງ ທ່າດີຂຶ້ນຢ່າງຕໍ່ເນື່ອງບວກກັບໄພເງິນເຟີ້ຖີບຕົວສູງຂຶ້ນ, FED ຈິ່ງໄດ້ປະກາດໃນ ເດືອນກັນຍາວ່າ:ອາດຈະເລີ່ມຫຼຸດການຊື້ຊັບສິນ “ໃນໄວໆນີ້”.

ຄຳ​ເຫັນ

0