陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

RCEP ຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນປີ 2022

2021-11-04 10:57:25 cri

RCEP ຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນປີ 2022_fororder_微信图片_20211104110145

ວັນທີ 2 ພະຈິກນີ້,ກອງເລຂາອາຊຽນເຊິ່ງເປັນຜູ້ເກັບມ້ຽນ “ສັນຍາການພົນພັນ ຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນຫຼື RCEP ໄດ້ອອກແຈ້ງການໂດຍ ປະກາດວ່າ:ບຼູໄນ ກຳປູເຈຍ ລາວ ສິງກະໂປ ໄທ ຫວຽດນາມເຊິ່ງເປັນ 6 ປະເທດອາຊຽນ ແລະຈີນ ຍີ່ປຸ່ນ ນີວຊີແລນ ອົສຕຣາລີເຊິ່ງເປັນ 4 ປະເທດທີ່ ບໍ່ແມ່ນສະມາຊິກອາຊຽນໄດ້ຍື່ນໜັງສືຮັບຮອງໃຫ້ກອງເລຂາອາຊຽນຢ່າງເປັນທາງການແລ້ວ,ເຊິ່ງໄດ້ບັນລຸຕາມເງື່ອນໄຂທີ່ສັນຍາຈະເກີດມີຜົນບັງຄັບ ໃຊ້ແລ້ວ.

 

ອີງຕາມຂໍ້ກຳນົດໃນສັນຍາ, RCEP ຈະເລີ່ມມີຜົນບັງຄັບໃຊ້ກັບ 10 ປະເທດ ດັ່ງກ່າວນັບແຕ່ວັນທີ 1 ມັງກອນປີ 2022 ເປັນຕົ້ນໄປ.ເມື່ອສັນຍາມີຜົນບັງຄັບໃຊ້ ແລ້ວ,ລະຫວ່າງບັນດາປະເທດສະມາຊິກກໍຈະຫຼຸດພາສີໃນທັນທີໂດຍອີງຕາມຂໍ້ກຳນົດໃນສັນຍາ,ປະຕິບັດຕາມຄຳໝັ້ນສັນຍາໃນການເປີດປະຕູດ້ານການບໍລິການ ແລະການລົງທຶນກໍຄືປະຕິບັດຕາມຂໍ້ກຳນົດຂອງສັນຍາໃນຂົງເຂດຕ່າງໆ.

ຄຳ​ເຫັນ

0