吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທປາບ​ປາມ​ການ​ຈຳ​ໜ່າຍ“​ກາ​ເຟ​ຢາ​ເສບ​ຕິດ”ຜ່ານ​ທາງ​ອິນ​ເຕີ​ເນັດ​ຢ່າງ​ເຂັ້ມ​ງວດ

2021-11-04 17:00:22 cri

   ວັນ​ທີ 2 ພະ​ຈິກ​ນີ້, ເລ​ຂາ​ທິ​ການ​ຄະ​ນະ​ກຳ​ທະ​ການ​ປ້ອງ​ກັນ ແລະ​ປາບ​ປາມ​ຢາ​ເສບ​ຕິດ​ໄທ​ກ່າວ​ວ່າ: ​ໃນໄລ​ຍະ​ມໍ່ໆ​ມາ​ນີ້,​ມີ​ຜູ້​ລະ​ເມີດ​ກົດ​ໝາຍ​ໄດ້​ຈຳ​ໜ່າຍ​ຢາ​ເສບ​ຕິດ​​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ, ໂດຍ​ໄດ້​​ປະ​ສົມ​ຢາ​ເສບ​ຕິດ​ເຂົ້າ​ໃນ​ຖົງ​ກ​າ​ເຟ​​ສໍ​າ​ເລັດ​ຮູບແລ້ວ​ຈຳ​ໜ່າຍ​ໃນລາ​ຄາ​ຖົງ​ລະ 3000 ບາດ. ຜ່ານ​ການ​ສືບ​ສວນ, “​ຜົງ​ກາ​ເຟ”ໃນ​ຖົງ​ນັ້ນ​ແມ່​ນ​ຖືກ​ປະ​ສົມ​ດ້ວຍ​ຢາ​ເສບ​ຕິດ​ຫລາຍ​ປະ​ເພ​ດ.

   ຕົ້ນ​ປີ​ນີ້, ໄທ​ກໍ​​ໄດ້ເກີດ​ກໍ​ລະ​ນີ​ທີ່​ມີ​ຜູ້​ລະ​ເມີດ​ກົດ​ໝາຍ​ຈຳ​ໜ່າຍ“ນົມ​ຜົງ​ຢາ​ເສບ​ຕິດ”ຜ່ານ​ທາງ​ສື່​ສັງ​ຄົມ​ອອນ​ລາ​ຍ, ທີ່​ຈິງ​ແລ້ວ, ​ໃນ​ນົມ​ຜົງ​ກໍ​ມີ​ຢາ​ເສບ​ຕິດ​ປະ​ສົມ​ຢູ່​ເຊັ່ນ​ກັນ, ຢູ່​ນະ​ຄອນ​ຫລວງ​ບາງກອກ​ ແລະ​ເຂດ​ອ້ອມ​ຂ້າງ, ມີ​ຫລາຍ​ຄົນ​ກິນ​ແລ້ວ​ເສຍ​ຊີ​ວິດ. ​

   ປັດ​ຈຸ​ບັນ, ຄະ​ນະ​ກຳ​ມະ​ການປ້ອງ​ກັນ ແລະ​ປາບ​ປາມ​ຢາ​ເສບ​ຕິດ​ໄທ​ໄດ້​ລົງ​ໂທດ​ຜູ້​ລະ​ເມີດ​ກົດ​ໝາຍ​ຕາມ​ກົດ​ໝາຍ​ແລ້ວ. ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ຮ່ວມ​ກັບ​ກະ​ຊວງ​ດີ​ຈີ​ຕອນເພື່ອ​ເສດ​ຖະ​ກິດ ແລະ​ສັງ​ຄົມ​ໄທ​ນຳ​ໃຊ້​ມາດ​ຕະ​ການ​ເພື່ອ​ສະ​ກັດ​ກັ້ນ​ການ​ຈຳ​ໜ່າຍ​ຢາ​ເສບ​ຕິດ​ຜ່ານ​​ທາງອິນ​ເຕີ​ເນັດ. 

ຄຳ​ເຫັນ

0