刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍເຖິງ​ເວ​ທີ​ປຶກ​ສາ​ຫາ​ລື​ການຂົນ​ສົ່ງ​ສິນ​ຄ້າ​ທາງ​ທະ​ເລສາ​ກົນ ເປີຍ​ວ້າ​ຍ​ຖ່ານ 2021

2021-11-04 16:20:31 cri

 

ວັນ​ທີ 4 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຂົນ​ສົ່ງ​ສິນ​ຄ້າ​ທາງ​ທະ​ເລສາ​ກົນ ເປີຍວ້າຍ​ຖ່ານ 2021.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຂະ​ແໜງ​ການ​ຂົນ​ສົ່ງ​ສິນ​ຄ້າ​ທາງ​ທະ​ເລ​ເປັນ​ການ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ການ​ຄ້າ​ສາ​ກົນທີ່​ສຳ​ຄັນ​ ທັງ​ແມ່ນ​ສາຍ​ສຳ​ພັນ​ທີ່​ສຳ​ຄັນ​​ໃນ​ການ​ແລກ​ປ່ຽ​ນການ​ໄປ​ມາ​ຫາ​ສູ​ກັນ​ບົນ​ຈິດ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນໂລກ. ໃນ​ສະ​ພາບ​ການ​ທີ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ, ຂະ​ແໜງ​ການຂົນ​ສົ່ງ​ສິນ​ຄ້າ​ທາງ​ທະ​ເລ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ຂອງ​ທົ່ວ​ໂລກ, ການ​ຊຸກ​ຍູ້​ການ​ຟື້ນ​ຟູ​​ດ້ານ​ການ​ຄ້າ ແລະ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ​​ດ້ານ​ອຸດ​ສາ​ຫະ​ກຳ. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ, ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ເຄື່ອນ​ໄຫວ​ຕາມ​ທ່າ​ອ່ຽງ​ໃໝ່​ໃນ​ການ​ພັດ​ທະ​ນາຂະ​ແໜງ​ການ​ຂົນ​ສົ່ງ​ສິນ​ຄ້າ​ທາງ​ທະ​ເລຕາມ​ທິດ​ສີ​ຂຽວ, ກາກບອນ​ຕ່ຳ ແລະ​ອັດ​ສະ​ລິ​ຍະ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ​ທາງ​ທະ​ເລ​ສາ​ກົນ, ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ເຕັມ​ຄວາມ​ສາ​ມາດ​ ເພື່ອຟື້ນ​ຟູ​ແລະ​ຮັບ​ປະ​ກັນ​ໃຫ້​ຕ່ອງ​ໂສ້​ການ​ສະ​ໜອງ​ດ້ານອຸດ​ສາ​ຫະ​ກຳ​ທົ່ວ​ໂລກ​ມີ​ຄວາມ​ສະ​ດວກ, ຊຸກ​ຍູ້​ໃຫ້​ຂະ​ແໜງ​ການ​ນີ້​ພັດ​ທະ​ນາ​ຢ່າງ​ປອດ​ໃສ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ເວ​ທີ​ປຶກ​ສາ​ຫາ​ລື​ການ​ຂົນ​ສົ່ງ​ສິນ​ຄ້າ​ທາງ​ທະ​ເລສາ​ກົນ ເປີຍ​ວ້າຍ​ຖ່ານ 2021 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊ່ຽງ​ໄຮ​ໃນ​ວັນ​ທີ 4 ພະ​ຈິກ​ນີ້ ໂດຍ​ມີ​ຫົວ​ຂໍ້​ວ່າ: “ການ​ເປີດ​ປະ​ຕູ​ແລະ​ກວມ​ລວມ, ການ​ປະ​ດິດ​ສ້າງ​ແລະ​ການ​ປະ​ຕິ​ຮູບ, ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ——ມຸ່ງ​ໜ້າ​ໄປ​ສູ່​ການ​ພັດ​ທະ​ນາ​ແລະ​ການ​ປັບ​ປຸງ​ໂຄງ​ປະ​ກອບ​ຂະ​ແໜງ​ການ​ຂົນ​ສົ່ງ​ສິນ​ຄ້າ​ທາງ​ທະ​ເລ​ສາ​ກົນ​ຄືນ​ໃນ​ອະ​ນາ​ຄົດ.”

ຄຳ​ເຫັນ

0