覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເຫັນ​ວ່າ ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຕ້ອງ​ມີ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ແຕ່​ບໍ່​ແມ່ນ​ຄຳ​ເວົ້າ​ທີ່​ໄຮ້​ສາ​ລະ

2021-11-04 10:01:24 cri

 ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​​ນັກ​ຂ່າວ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ແລະ​ອາ​ເມ​ຣິ​ກາ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ​ຢູ່​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ຕ້ອງ​ມີ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ແຕ່​ບໍ່​ແມ່ນ​ຄຳ​ເວົ້າ​ທີ່​ໄຮ້​ສາ​ລະ.
 

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ຈີນ​ໄດ້ມີ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ສະ​ເລ່ຍ​ແລ້ວ,ເນື້ອ​ທີ່​ການ​ປູກ​ໄມ້​ສ້າງ​ປ່າ​ຢູ່​ຈີນ​ໄດ້​ເພີ່ມ​ຂຶ້ນປະ​ມານ 12.000 ເຮັກ​ຕາ​ຕໍ່​ມື້, ກຳ​ລັງ​ຕິດ​ຕັ້ງ​ການ​ຜະ​ລິດ​ໄຟ​ຟ້າ​ພະ​ລັງ​ງານ​ແສງ​ຕາ​ເວັນ​ໄດ້​ເພີ່ມ​ຂຶ້ນປະ​ມານ 90.000 ກິ​ໂລ​ວັດ​ຕໍ່​ມື້. ຈີນ​ແລະ​ອາ​ເມ​ຣິ​ກາ​ເຄີຍ​ໄດ້​ຮ່ວມ​ມື​ກັນ​ແລະ​ສຸມ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຊຸກ​ຍູ້​​ສັນ​ຍາ​ປາ​ຣີ​ໃຫ້​ປາ​ກົດ​ຜົນ​ເປັນ​ຈິງ, ແຕ່​ເນື່ອງ​ຈາກ​ອາ​ເມ​ຣິ​ກາ​ໄດ້​ປະ​ຖິ້ມ​ສັນ​ຍາ​ດັ່ງ​ກ່າວ, ຈິ່ງ​ໄດ້​ສ້າງ​ຜົນ​ກະ​ທົບ​ໃຫ້​ແກ່​ການ​ປົວ​ແປງ​ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ​ແລະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ດັ່ງ​ກ່າວ​ຢ່າງ​ຮອບ​ດ້ານ​ແລະ​ມີ​ປະ​ສິດ​ທິ​ຜົນ. ກ່ຽວ​ກັບ​ການ​ທີ່​ອາ​ເມ​ຣິ​ກາ​ກັບ​ຄືນ​ສູ່​ສັນ​ຍາ​ປາ​ຣີ, ຈີນ​ມີ​ທ່າ​ທີສ້າງ​ສັນ​ຮ່ວມ​ກັນ​ກັບ​ປະ​ຊາ​ຄົມໂລກ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກັບ​ເລື່ອງ​ນີ້. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ອາ​ເມ​ຣິ​ກາ​ຈະ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ຢ່າງ​ແທ້​ຈິງ,ວາງນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ຕົວ​ຈິງໃນ​ການຫຼຸດ​ການ​ປ່ອຍ​ກາ​ກບອນ​ດີ​ອົກ​ຊິດ​ໂດຍ​ໄວ​ທັງ​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະ​ຕິ​ບັດ​,  ​ແລະ​ໃຫ້​ເງິນຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ, ຢ່າ​ສູ່​ເຮັດ​ແບບ​ປ່ຽນ​​ໄປ​ປ່ຽນ​ມາ​ອີກຕໍ່​ໄປ​ເລີຍ.

ຄຳ​ເຫັນ

0