吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດ​ຕາ​ວ່າງ​ງານ​ຢູ່​ຟີ​ລິບ​ປິນ​ໃນ​ເດືອນກັ​ນ​ຍາເພິ່ນ​ຂຶ້ນ​​ເປັນ 8,9%

2021-11-04 16:45:25 cri

    ວັນ​ທີ 4 ພະ​ຈິກ​ນີ້, ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຟີ​ລິບ​ປິນ​ໄດ້​ເປີດ​ເຜີ​ຍ​ຂໍ້​ມູນ​ໂດຍ​ລະ​ບຸ​ວ່າ: ບັນ​ຫາ​ດ້ານ​ການ​ວ່າງ​ງານ​ຢູ່ຟີ​ລິບ​ປິນ​​​ໄດ້​ມີ​ຄວາມ​ໜັກ​ໜ່ວງກວ່າ​ເກົ່າ​ໃນ​ເດືອ​ນ​ກັນ​ຍາ 2021, ຈຳ​ນວນ​ຜູ້​ວ່າງ​ງານ​ໃນ​ເດືອນ​​ກັນ​ຍາ​ເພີ່ມຂຶ້ນ​ຈາກ 3,88 ລ້ານ​ຄົນ​ໃນ​ເດືອນ​ສິງ​ຫາ​ເປັນ 4,25 ລ້ານ​ຄົນ​ໃນ​ເດືອນ​ກັນ​ຍາ, ອັດ​ຕາ​ວ່າງ​ງານ​ໄດ້ເພີ່ມ​​ສູງຂຶ້ນ​ເຖິງ 8,9%, ເຊິ່ງ​ເປັນ​ອັດ​ຕາ​ວ່າງ​ງານ​ທີ່​ສູງ​ສຸດ​ນັບ​ແຕ່​ເດືອນ​ມັງ​ກອນ 2021 ເປັ​ນ​ຕົ້ນ​ມາ.

    ຕາມ​ການ​ຄາ​ດ​ຄະ​ເນ​ຂອງ​ກົມ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຟີ​ລິບ​ປິນ, ຖ້າ​ວ່າ​​ລະ​ດັບ​ການ​ເຕືອນ​ໄພ​ໃນ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19ຢູ່​​ນະ​ຄອນ​​ຫລວງມາ​ນີ​ລາ​​ໄດ້​ຫລຸດ​ລົງຈາກລະ​ດັບ 3 ໃນ​ປັດ​ຈຸ​ບັນ​​ເປັນ​ລະ​ດັບ 2, ການ​ເຄື່ອນ​ໄຫວ​ດ້າ​ນ​ເສດ​ຖະ​ກິດ​​ກໍ​ມີ​ຫວັງ​ຈະ​ສາ​ມາດ​ຟື້ນ​ຟູ​ຕື່ມ​ອີກ, ສະ​ພາບ​ການ​ວ່າງ​ງານ​ກໍ​ຈະ​ໄດ້​ຮັບ​ການ​ປັບ​ປຸງ​​ໃຫ້​ດີ​ຂຶ້ນ, ຄາດ​ວ່າ​ຈຳ​ນວນ​ຜູ້​ວ່າງ​ງານ​ຈະ​ຫລຸດ​ລົງ16.000 ຄົນ​ໃນ​ແຕ່​ລະ​ອາ​ທິດ.

ຄຳ​ເຫັນ

0