刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ຈັດ​ງານ​ມະຫະ​ກຳໂອ​ລິມ​ປິກ​​ທີ່​ສ້າງຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ແລະ​​ມີຄວາມ​ຊົງ​ຈຳ​ທີ່ດີ​ງາມ​ໃຫ້ກັບ​ທົ່ວ​ໂລກ

2021-11-04 16:18:41 cri

 

ວັນ​ທີ 3 ພະ​ຈິກ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ການ​ຈັດ​ງານ​ໂອ​ລິມ​ປິກ​ຕາມ​ທິດ​ສີ​ຂຽວ, ຊົມ​ໃຊ້​ຮ່ວມ​ກັນ, ເປີດກວ້າງ ແລະ​ປອດ​ໃສ​ຂາວ​ສະ​ອາດ, ເພື່ອ​ຈັດງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນເລິກ​ເຊິ່ງ​ແລະ​ມີ​ຄວາມ​ຊົງ​ຈຳ​ທີ່​ດີ​ງາມ​ໃຫ້​ກັບ​ທົ່ວ​ໂລກ.

ກ່ອນ​ໜ້າ​ນີ້, ເວັບ​ໄຊ​ທາງ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໄດ້​ຍົກ​ໃຫ້​ເຫັນເນື້ອ​ໃນ​​ກ່ຽວ​ກັບການ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ລະ​ບຸໃນ “ຖະ​ແຫຼການກອງ​ປະ​ຊຸມ​ສຸດຍອດ​ໂຣມ​ຂອງ​ຜູ້​ນຳ​ກຸ່ມ G20”. ທ່ານ​ ໂທ​​ມັສ ບາ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ກ່າວ​ວ່າ: ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຂໍ​ສະ​ແດງ “​ຄວາມຊົມ​ເຊີຍ​ແລະ​ຂອບ​ໃຈ​ນຳ​ຜູ້​ນຳ G20 ທີ່​ໄດ້​ໃຫ້​ການ​ຮັບ​ຮອງແລະ​ສະ​ໜັບ​ສະ​ໜູນ​ງານ​​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.”

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ເປັນ​ງານ​ມະ​ໂຫ​ລານ​ຂອງ​ນັກ​ກິ​ລາ​ປະ​ເທດ​ຕ່າງໆ ທັງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາ​ມັກ​ຄີ​ແລະ​ມິດ​ຕະ​ພາບ​ຂອງມວນ​ມະ​ນຸດ. ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ແລະຫຼາຍ​ປະ​ເທດ​ໄດ້​ສະ​ແດງ​ຄວາມອວຍ​ພອນ​ແລະ​ການ​ສະ​ໜັບ​ສະ​ໜູນ​​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ. ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ການ​ຈັດ​ງານ​ໂອ​ລິມ​ປິກ​ຕາມ​ທິດ​ສີ​ຂຽວ, ຊົມ​ໃຊ້​ຮ່ວມ​ກັນ, ເປີດກວ້າງ ແລະ​ປອດ​ໃສ​ຂາວ​ສະ​ອາດ, ຮ່ວມ​ກັນ​ກັບ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ແລະ​ປະ​ເທດ​ຕ່າງໆ, ສະ​ແດງ​ໃຫ້​ເຫັນ​ເຖິງ​ເນື້ອ​ໃນ​ຈິດ​ໃຈ​ໂອ​ລິມ​ປິກ​ທີ່​ສາ​ມັກ​ຄີ​ກັນຫຼາຍກວ່າ​ ເພື່ອ​ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ເຜີຍ​ແຜ່​ງານກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໃຫ້​ທົ່ວ​ເຖິງ ​ກໍ​ຄື​ພາ​ລະ​ກິດ​ໂອ​ລິມ​ປິກ​ສາ​ກົນ.

ຄຳ​ເຫັນ

0