陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜົນສືບສວນມຣິກາເປັນການ“ຕັດສິນ”ທີ່ໄຮ້ຄວາມປານີທີ່ສຸດຕໍ່ປະຊາຊົນ ອັຟການິສະຖານ

2021-11-05 15:17:45 cri

ຕໍ່ກັບຜົນການສືບສວນຂອງຝ່າຍອາເມຣິກາກ່ຽວກັບເຮືອບິນບໍ່ມີຄົນຂັບໂຈມຕີເປົ້າໝາຍທີ່ຜິດພາດໄດ້ສັງຫານສາມັນຊົນອັຟການິສະຖານຢູ່ກາບູນໃນເດືອນສິງຫາ ຜ່ານມານັ້ນ,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະ ເທດຈີນກ່າວໃນວັນທີ 4 ພະຈິກນີ້ວ່າ,ຜົນການສືບສວນຂອງຝ່າຍອາເມຣິກາເປັນການ “ຕັດສິນ”ທີ່ໄຮ້ ຄວາມປານີທີ່ສຸດຕໍ່ປະຊາຊົນອັຟການິສະຖານ 32 ລ້ານກວ່າຄົນທີ່ຖືກໄຟສົງຄາມ ຢຽບຢ່ຳ.

 

ຂ່າວໄດ້ລາຍງານວ່າ, “ຫົວໜ້າໄອຍະການ”ຂອງກອງທັບອາກາດອາເມຣິກາໄດ້ ກ່າວໃນວັນທີ 3 ພະຈິກນີ້ວ່າ:ເມື່ອໄດ້ສືບສວນແລ້ວເຫັນວ່າ,ເຮືອບິນບໍ່ມີຄົນຂັບ ຂອງອາເມລິກາໂຈມຕີເປົ້າໝາຍຜິດພາກໄດ້ສັງຫານສາມັນຊົນອັຟການິສະຖານ 10 ຄົນໃນເດືອນສິງຫານັ້ນແມ່ນຄວາມຜິດພາດໂດຍບໍ່ເຈຕະນາ,ເຊິ່ງບໍ່ໄດ້ ລະເມີດກົດໝາຍໃດໆລວມທັງກົດໝາຍວ່າດ້ວຍສົງຄາມ.ສະນັ້ນຈຶ່ງບໍ່ມີຜູ້ໃດຕ້ອງຮັບຜິດຊອບຕໍ່ຄວາມຜິດພາດດັ່ງກ່າວ.

 

ທ່ານວ່າງເວີນປິ່ນກ່າວວ່າ,ໃນເວລາ 20 ກວ່າປີທີ່ຜ່ານມາ,ສົງຄາມອັຟການິສະ ຖານແລະການເຄື່ອນໄຫວທາງການທະຫານອື່ນໆທີ່ອາເມຣິກາສ້າງຂຶ້ນນັ້ນໄດ້ ເຮັດໃຫ້ຫຼາຍກວ່າ 8 ແສນຄົນເສຍຊີວິດ,ໃນນັ້ນມີສາມັນຊົນປະມານ 33.5 000ຄົນ. ນັບມາຮອດປັດຈຸບັນ,ປະຊາຄົມໂລກຍັງບໍ່ທັນເຫັນອາເມລິກາສືບສວນກ່ຽວກັບ ເລື່ອງນີ້,ຍິ່ງກວ່ານັ້ນຍັງບໍ່ໄດ້ແບກຫາບໜ້າທີ່ຄວາມຮັບຜິດຊອບຕໍ່ເລື່ອງນີ້.ນີ້ແມ່ນຮອຍເປື້ອນທີ່ບໍ່ສາມາດລຶບອອກໄດ້ໃນປະຫວັດສາດດ້ານສິດທິມະນຸດສາກົນ.ອາ ເມຣິກາຄວນດັດແກ້ການກະທຳທີ່ແຊກແຊງວຽກງານພາຍໃນຂອງປະເທດອື່ນ ໂດຍຖືປະຊາທິປະໄຕແລະສິດທິມະນຸດເປັນສາກບັງໜ້ານັ້ນຢ່າງເຖິງຖອງ,ເຄົາລົບແລະປົກປ້ອງສິດທິມະນຸດຢ່າງແທ້ຈິງ,ໂດຍສະເພາະແມ່ນສິດທິມະນຸດຂອງປະເທດພວມພັດທະນາທັງຫຼາຍ,ແລະປ້ອງກັນບໍ່ໃຫ້ເຫດການລະເມີດສິດທິມະນຸດເກີດ ຂຶ້ນອີກ.

ຄຳ​ເຫັນ

0