陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນກ່າວວ່າ:ບົດລາຍງານກ່ຽວກັບກຳລັງຮົບຂອງຈີນທີ່ອາເມຣິກາປະກາດໄປນັ້ນ ແມ່ນບໍ່ເອົາຫົວຊານຳເລື່ອງຈິງແລະເຕັມໄປດ້ວຍແນວຄິດອະຄະຕິ

2021-11-05 15:15:49 cri

ຕໍ່ກັບບົດລາຍງານກ່ຽວກັບກຳລັງຮົບຂອງຈີນທີ່ກະຊວງປ້ອງກັນປະເທດອາເມຣິ ກາໄດ້ປະກາດໃນຫວ່າງກ່ອນນີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງ ປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 4 ພະຈິກນີ້ວ່າ,ຄືກັບ ບົດລາຍງານໃນເມື່ອກ່ອນ,ບົດລາຍງານສະບັບນີ້ທີ່ກະຊວງປ້ອງກັນປະເທດ ອາເມຣິກາໄດ້ປະກາດໄປນັ້ນບໍ່ເອົາຫົວຊານຳເລື່ອງຈິງແລະເຕັມໄປດ້ວຍແນວຄິດອະຄະຕິ.ອາເມຣິການຳໃຊ້ບົດລາຍງານເພື່ອໂຄສະນາຊວນເຊື່ອກ່ຽວກັບໄພຂົ່ມຂູ່ນີວເຄຼຍຈາກຈີນ,ເຊິ່ງເປັນເກມນຳໃຊ້ຄຳເວົ້າເພື່ອສ້າງຄວາມສັບສົນເທົ່ານັ້ນ,ປະ ຊາຄົມໂລກຮູ້ແຈ້ງເລື່ອງນີ້.

 

ທ່ານວ່າງເວີນປິ່ນກ່າວວ່າ,ທີ່ຈິງແລ້ວ,ອາເມຣິການັ້ນແຫຼະແມ່ນແຫຼ່ງໄພຂົ່ມຂູ່ດ້ານນີວເຄຼຍທີ່ໃຫຍ່ກວ່າໝູ່ໃນໂລກ.ຈີນທວງໃຫ້ອາເມຣິກາແບກຫາບໜ້າທີ່ຄວາມ ຮັບຜິດຊອບທີ່ເປັນບູລິມະສິດແລະພິເສດຢ່າງແທ້ຈິງໃນການຫຼຸດກຳລັງຮົບນີວເຄຼຍ,ສືບຕໍ່ຫຼຸດການສະສົມອາວຸດນີວເຄຼຍເປັນຈຳນວນຫຼວງຫຼາຍຢ່າງແທ້ຈິງຕື່ມອີກ ດ້ວຍວິທີທີ່ສາມາດກວດສອບ ໄດ້ ບໍ່ສາມາດຕ່າວປິ້ນໄດ້ແລະມີກຳລັງຜູກມັດ ດ້ານກົດໝາຍ,ເພື່ອປົກປັກຮັກສາຄວາມດຸນດ່ຽງແລະຄວາມໝັ້ນຄົງດ້ານຍຸດທະ ສາດຂອງໂລກ.

ຄຳ​ເຫັນ

0