吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລື່ອງ​ລາວ​ກ່ຽວ​ກັບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ​ໃນ​​ທາງຮ່ອມນ້ອຍໆ

2021-11-05 16:35:55 cri

   ເລື່ອງ​ລາວ​ກ່ຽວ​ກັບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ​ໃນ​​ທາງຮ່ອມນ້ອຍໆ_fororder_123

     ຢູ່ປະ​ເທດ​ຈີນ, ມີ​ຈຸດຕິດ​ຕໍ່​ພົວ​ພັນ​ດ້ານ​ນິ​ຕິ​ບັນຍັດຂັ້ນ​ຮາກ​ຖານຈຳນວນໜຶ່ງເຊິ່ງໄດ້ເຊື່ອມຕໍ່ກັບສ​ະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ ທີ່ເປັນອົງການອຳນາດສູງສຸດຂອງຈີນ, ທັງເຊື່ອມຕໍ່ກັບ​ປະ​ຊາ​ຊົນ​ທຳມະດາສາມັນ​ທີ່​ດຳ​ລົງ​ຊີ​ວິດຢູ່​ຕາມ​ທາງຮ່ອມ​ຕ່າງໆ. ຜ່ານຈຸດຕິດ​ຕໍ່​ພົວ​ພັນເຫຼົ່ານີ້, ຂໍ້​ຮຽກ​ຮ້ອງ​ ແລະ ຂໍ້​ສະ​ເໜີ​ຂອງ​ປະ​ຊາ​ຊົນຢູ່ຂັ້ນ​​ຮາກ​ຖານ​ສາ​ມາດຖືກສົ່ງ​ໄປ​ຮອດ​ອົງ​ການ​ນິ​ຕິ​ບັນຍັດຂອງ​​ຈີນ​ໂດຍ​ກົງ, ໂດຍມີ​ບາດ​ໃນ​ຂະ​ບວນ​ການສ້າງກົດໝາຍຂອງຊາດ.

    ວັນ​ທີ 29 ເມ​ສາ​ປີ​ນີ້, ອົງ​ການ​ນິ​ຕິບັນຍັດຂອງ​ຈີນໄດ້​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕໍ່​ຕ້ານ​ການ​ຟຸມ​ເຟືອຍ​ອາ​ຫານ. ຕອນ​ຄ່ຳ​ມື້​ດຽວ​ກັນ, ​ກຸ່ມ​ວິ​ແຊັດພໍ່​ຄ້​າ​ຊາວ​ຂາຍ​ຢູ່​ເຂດ​ຊຸມ​ຊົນ​ຈີ່ມິງ​ຊ່ານ​ນະ​ຄອນ​ອີ້​ອູ່​ແຂວງ​ເຈີ້​ຈ່ຽງ​ຟົດ​ຟື້ນ​ຫລາຍ. ເລື່ອງ​ມີ​ຢູ່​ວ່າ, ​​ ຂໍ້​ສະ​ເໜີທີ່​ພໍ່​ຄ້າ​ຊາວ​ຂາຍ​ສະ​ເໜີ​ນັ້ນ​ມີ 3 ຂໍ້​ໄດ້​ຖື​ກ​ຮັບ​ເອົາ ແລະ ບັນທຶກໄວ້ໃນ​ກົດ​ໝາຍດັ່ງກ່າວ.

    ເດືອນ​ກໍ​ລະ​ກົດ​ປີ020, ຄະ​ນະ​ປະ​ຈຳ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ນະ​ຄອນ​ອີ້​ອູ່​​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນຈຸດ​ຕິດ​ຕໍ່​ພົວ​ພັນດ້ານ​ນິ​ຕິ​ບັນຍັດ​ຂັ້ນ​ຮາກ​ຖານຂອງ​ຄະ​ນະວຽກ​ງານ​ກົດ​ໝາຍ​ຂອງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ. ເຂດ​ຊຸມ​ຊົນ​ຈີ່​ມິງ​ຊ່ານ​ຈຶ່ງໄດ້​ກາຍ​ເປັນ​ໜຶ່ງ​ໃນ​ຫ້ອງ​ການຕິດ​ຕໍ່​ພົວ​ພັນ​ຂອງຈຸດຕິດ​ຕໍ່​ພົວ​ພັນ​ດ້ານ​ນິ​ຕິ​ບັນຍັດ​ຂັ້ນ​ຮາກ​ຖານ​ນະ​ຄອນ​ອີ້​ອູ່.

    ທ່ານ​ນາງ ຈີ່ງ​ຈີ່ງ ພະ​ນັກ​ງານ​ຂອງ​ຫ້ອງ​ການ​ຕິດ​ຕໍ່​ພົວ​ພັນ​ດ້ານ​ນິ​ຕິ​ບັນຍັດຂອງ​ເຂດ​ຊຸມ​ຊົນ​ຈີີ່​ມິງ​ຊ່ານ​ໄດ້​ຫວນ​ຄືນ​ວ່າ: ​ພາຍ​ຫລັງໄດ້​ຮັບ​ໜ້າ​ວຽກ​ ຄື: ​ຮັບ​ຟັງ​ຄຳ​ເຫັນ​ຕໍ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕໍ່​ຕ້ານ​ການ​ຟຸມ​ເຟືອຍອາ​ຫານ​ແລ້ວ, ພວກ​ເຮົາ​ກໍ​ໄດ້​ເຕົ້າ​ໂຮມ​ການ​ປະ​ກອບ​ຄຳ​ຄິດ​ເຫັນ​ດ້ານ​ນິ​ຕິ​ບັນຍັດ​ຂອງ​ຄົນ​ທັງ​ຫລາຍ​ທັນ​ທີ, ​ລວມ​ທັງ​ທະ​ນາຍ​ຄວາມ ແລະ ພໍ່​ຄ້າ​ຊາວ​ຂາຍ. ເຂົາ​ເຈົ້າ​ໄດ້ຄົ້ນຄວ້າພິ​ຈາ​ລະ​ນາ​ ແລະ​ເຊື່ອມ​ຊຶມເນື້ອ​ໃນ​ຂອງ​ຮ່າງ​ກົດ​ໝາຍ​ທັນ​ທີ, ທັງ​ໄດ້​ສະ​ເໜີ​ຄວາມ​ຄິດ​ເຫັນ ແລະ​ຂໍ້​ສະ​ເໜີ​ທີ່​ຕິດ​ແທດ​ຕົວ​ຈິງ​ທັງໝົດ 11 ຂໍ້, ໃນ​ທີ່​ສຸດ, ມີ 3 ຂໍ້​ໄດ້​ຖືກ​ຮັບ​ເອົາ.

    ປະ​ສົບ​ການ​ຂອງ​ປະ​ຊາ​ຊົນ​ໃນ​ເຂດ​ຊຸມ​ຊົນ​ຈີ່​ມິງ​ຊ່ານ​ນັ້ນ ພຽງ​ແຕ່​ເປັນ​ໜຶ່ງໃນເລື່ອງ​ລາວ​ນ້ອຍໆຫຼາຍໆເລື່ອງ​ກ່ຽວ​ກັບ​ປະ​ຊາ​ທິ​ປະ​ໄຕ​ແບບ​ຈີນ.

    ​ມາ​ຮອດ​ເດືອນ​ຕຸ​ລາ​ປີ​ນີ້, ມີ​ຮ່າງ​ກົດ​ໝາຍ ແລະ​ແຜນ​ການສ້າງກົດໝາຍ​ປະ​ຈຳ​ປີ​ທັງ​ໝົດ 126 ສະ​ບັບ ​​ໄດ້​ຖືກ​ທາບ​ທາມຄວາມ​ຄິດ​ເຫັນ ແລະ​ຂໍ້​ສະ​ໜີ​ຂອງ​ປະ​ຊາ​ຊົນ​ໂດຍຜ່ານຈຸດ​ຕິດ​ຕໍ່​ພົວ​ພັນ​ນິ​ຕິ​ບັນຍັດ​ຂັ້ນ​ຮາກ​ຖານຕາມລຳດັບ, ໃນ​ນັ້ນ, ​ໄດ້​ຮັບ​ເອົາຄວາມ​ຄິດ​ເຫັນ ແລະ​ຂໍ້​ສະ​ໜີ 2200 ກວ່າ​ຂໍ້.

ເລື່ອງ​ລາວ​ກ່ຽວ​ກັບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ​ໃນ​​ທາງຮ່ອມນ້ອຍໆ_fororder___172.100.100.3_temp_9500032_1_9500032_1_1_3137af91-b515-4332-9f77-ebfcac16059b

    ຢູ່ຖະ​ໜົນ​ຮົງຊຽວ​ເມືອງຊາງນິງນະ​ຄອນ​ຊຽງ​ໄຮ້​ ​ມີຊາວເມືອງ​ທີ່​ມີ​ຈາກ 50 ກວ່າ​ປະ​ເທດ ແລະ​ເຂດ​ແຄວ້ນພັກພາອາໄສຢູ່ທີ່​ນີ້. ທ່ານໂນ​ຢັງ ໂຣ​ນາ ຊາວຕວກ​ກີ​ໄດ້​ຖືກ​​ວ່າຈ້າງ​ໃຫ້​ເປັນ​ຜູ້​ປະ​ກອບ​ຄວາມ​ຄິດ​ເຫັນ​ດ້ານ​ນິ​ຕິ​ບັນຍັດ​ໃນໄລ​ຍະ​ຕົ້ນ​ທີ່​ສ້າງ​ຕັ້ງຈຸດ​ຕິດ​ຕໍ່​ພົວ​ພັນ​ດ້ານ​ນິ​ຕິ​ບັນຍັດ​ຂັ້ນ​ຮາກ​ຖານ​ຢູ່​ຖະ​ໜົນ​ຮົງຊຽວໃນ​ປີ 2015, ຫລາຍ​ປີ​ມາ​ນີ້, ທ່ານໄດ້​ປະ​ກອບ​ຄຳ​ຄິດ​ເຫັນ​ໃນ​ດ້ານ​ຕ່າງໆ, ເຊັ່ນ: ຄົມ​ມະ​ນາ​ຄົມ, ການ​ອະ​ນຸ​ລັກ​ສິ່ງ​ແວ​ດ​ລ້ອມ, ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ​ອື່ນໆ ເຊິ່ງມີ​​ຫລາຍ​ຂໍ້​ຖືກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຮັບ​ເອົາ.

    ທ່ານ​ໂນຢັງ ໂຣ​ນາ​ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ບໍ່​ຄຶດ​ບໍ່​ຝັນ​ວ່າ​ ຄົນ​ຕ່າງ​ປະ​ເທດ​ກໍ​ສາ​ມາດ​ມີ​ສ່ວ​ນ​ຮ່ວມ​ໃນ​ຂະ​ບວ​ນ​ການສ້າງກົດໝາຍ​ຂອງ​ຈີນ. ປະ​ຊາ​ທິ​ປະ​ໄຕຕ້ອງ​ສອດ​ຄ່ອງ​ກັບ​ສະ​ພາບ​ແຫ່ງ​ຊາດ ແລະ​ປະ​ຫວັດ​ສາດ​ຂອງ​ບັນ​ດາ​ປະ​ເທດ, ບໍ່​ຄວນ​ນຳເອົາ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຕ່າງປະເທດມາປຽບທຽບກັບສະພາບການຂອງຈີນ​​, ຍົກຕົວ​ຢ່າງ​ຄື: ປະ​ເທດ​ຕາ​ເວັນ​ຕົກ​ພວກ​ເຮົາໃນ​ທຸກໆ 4-5 ປີ​ຈະ​ຈັດ​ການ​ລົງ​ຄະ​ແນນ​ສຽງ, ນອກ​ຈາກ​ນີ້, ກໍ​ບໍ່​ມີ​ການເຄື່ອນໄຫວ​ແນວ​ອື່ນ​ອີກ. ແຕ່​ວ່າ​ຢູ່​ປະ​ເທດ​ຈີນ, ຖ້າ​ວ່າ​ເຈົ້າ​ມີ​ຄວາ​ມ​ຄິດ​ເຫັນ​ຕ່າງໆ​ ກໍສາ​ມາດ​ສະ​ເໜີ​ອອກ​ມາໂດຍຜ່ານ​ຫລາຍ​ຊ່ອງ​ທາງ​ໄດ້, ລັດ​ຖະ​ບານ​ສາ​ມາດ​ຮັບ​ຮູ້​ຄວາມ​ຄິດ​ເຫັນ ແລະຂໍ້​ຮ​ຽກ​ຮ້ອງ​ຂອງ​ປະ​ຊາ​ຊົນ​ໄດ້ຢ່າງ​ທັນ​ການ, ເຊິ່ງ​ສອດ​ຄ່ອງ​ກັບສະພາບທາງ​ສັງ​ຄົມຂອງປະເທດ​ຈີນ​ທີ່​ສຸດ.  

    ປັດ​ຈຸ​ບັນ, ​ວຽກ​ງານ​ສ້າງ​ຕັ້ງ​ຈຸດ​ຕິດ​ຕໍ່​ພົວ​ພັນ​ດ້ານ​ນິ​ຕິ​ບັນຍັດ​ຂັ້ນ​ຮາກ​ຖານ​ຂອງ​ອົງ​ການ​ນິ​ຕິ​ບັນຍັດ​ແຫ່ງ​ຊາດ​ຈີນ​ ໄດ້​ຮັບການພັດ​ທ​ະ​ນາ​ຢ່າງວ່ອງ​ໄວ, ​ຈຸ​ດ​ຕິດ​ຕໍ່​ພົວ​ພັນ​ດ້ານ​ນິ​ຕິ​ບັນຍັດທີ່​ຂຶ້ນ​ກັບ​ຄະ​ນະ​ປະ​ຈຳ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ໃນ 31 ແຂວງ​ຂອງ​ຈີນ​ ໄດ້​ເພີ່ມ​ຂຶ້ນ​​ເປັນ 427 ແຫ່ງ, ຈຸດ​ຕິດ​ຕໍ່​ພົວ​ພັນ​ຂັ້ນ​ນະ​ຄອນ​ມີ​ເຖິງ 4.350 ແຫ່ງ. ຈຸດ​ຕິດ​ຕໍ່​ພົວ​ພັນ​ອັນ​ນ້ອຍໆ​ເຫຼົ່ານີ້ໄດ້​ກາຍ​ເປັນ​ເວ​ທີ​ໃຫຍ່​ສຳລັບ​ປະ​ຊາ​ຊົນທີ່​ຈະ​ໄດ້​ປະ​ກອບ​ຄວາມ​ຄິດ​ເຫັນ​ຕໍ່​ວຽກ​ງານ​ສັງ​ຄົມ ແລະນຳໃຊ້ສິດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ທົ່ວ​​ທຸກຂັ້ນຕອນ.

ເລື່ອງ​ລາວ​ກ່ຽວ​ກັບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ​ໃນ​​ທາງຮ່ອມນ້ອຍໆ_fororder___172.100.100.3_temp_9500032_1_9500032_1_1_f4829cb6-27f7-45e9-8ecd-1ede67bb9631

ຄຳ​ເຫັນ

0