何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະກາດຜົນການປະ​ກວດເພງ “ລົດໄຟລາວ-ຈີນ” ​ຮອບ​ຄັດ​ເລືອກ 30 ເພງທຳອິດ

2021-11-05 16:13:08 CRI

ວັນ​ທີ 5 ພະ​ຈິກ​ນີ້, ທາງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ປະ​ກວດ​ເພງ “ລົດ​ໄຟ​ລາວ-ຈີນ” ໄດ້ປະກາດຜົນໃນ​ຮອບຄັດເລືອກ 30 ເພງທຳອິດ.

 

ໃນຮອບຖັດໄປຈະມີການຄັດເລືອກ10-15ເພງເພື່ອ​ເຂົ້າຮອບສຸດທ້າຍໂດຍຈະມີຄະນະກຳມະການຕັດສິນ​ທີ່​ມາຈາກຄະນະໂຄສະນາອົບຮົມສູນກາງພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ​ລາວເປັນ​ຜູ້​ຕັດສິນ ເພງທີ່ໄດ້ຮັບລາງວັນທີ 1, ​ທີ2 ແລະ ​ທີ3 ຕາມລຳດັບໃນຮອບສຸດທ້າຍ. ຫຼັງຈາກຜ່ານການຕັດສິນ ແລະ ໄດ້ລາຍຊື່ຜູ້ຊະນະແລ້ວ ຈະມີການປະກາດລົງ​ໃນ Facebook ອີກຄັ້ງໜຶ່ງ. 

 

ນັບ​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ, 30 ເພງ​ທຳ​ອິດ​ນີ້​ໄດ້​ເລີ່ມ​ອອກ​ອາ​ກາດ​ທາງ​ວິ​ທະ​ຍຸ CRI FM93 MHz, APP ທາງ​ມື​ຖື laos grip ແລະ ເວັບ​ໄຊ laos.cri.cn, ເຊີນ​ທ່ານ​ຕິດ​ຕາມ​ຮັບຟັງໄດ້.

ຄຳ​ເຫັນ

0