何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ກາດ​ສ້າງ​ຕັ້ງ​​ມູນ​ນິ​ທິ​ພັດ​ທະ​ນາ​ຊົນ​ນະ​ບົດ​ສິບ​ແປດ​ຖ້ຳ​ຢ່າງ​ເປັນ​ທາງ​ການ

2021-11-05 15:52:36 CRI

ປະ​ກາດ​ສ້າງ​ຕັ້ງ​​ມູນ​ນິ​ທິ​ພັດ​ທະ​ນາ​ຊົນ​ນະ​ບົດ​ສິບ​ແປດ​ຖ້ຳ​ຢ່າງ​ເປັນ​ທາງ​ການ_fororder_1000

ຄະ​ນະ​ໂຄ​ສະ​ນາ​​ຂອງຄະ​ນະ​ພັກ​ເມືອງ​ຮ​ວ່າ​ຢວນ​ແຂວງ​ຫູ​ນານ​ປະ​ເທດ​ຈີນ​​ໄດ້​ແຈ້ງໃຫ້​ຮູ້​ວ່າ, ຫວ່າງມໍ່ໆ​ມາ​ນີ້, ຢູ່​ບ້ານ​ສິບ​ແປດ​ຖ້ຳ​ເມືອງ​ຮ​ວ່າ​ຢວນ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ທູ​ເຈ່ຍ​ເຜົ່າ​ມົ້ງ​ຊ່ຽງ​ຊີ່​ແຂວງ​ຫູ​ນານ, ​ໄດ້​ສ້າງມູນ​ນິ​ທິ​ພັດ​ທະ​ນາ​ຊົນ​ນະ​ບົດ​ສິບ​ແປດ​ຖ້ຳ​ຢ່າງ​ເປັນ​ທາງ​ການ, ເຊິ່ງ​ເປັນ​ມູ​ນ​ນິ​ທິ​ພັດ​ທະ​ນາ​ຊົນ​ນະ​ບົດ​ລະ​ດັບ​ເມືອງ.

   ​ມູນ​ນິ​ທິ​ດັ່ງ​ກ່າວ​ແມ່ນ​ຄະ​ນະ​ພັກ ແລະ ອົງ​ການ​ປົ​ກ​ຄອງ​ເມືອງ​ຮ​ວ່າ​ຢວນ​ເປັນ​ຜູ້​ລິ​ເລີ່ມ​ສ້າງ​ຂຶ້ນ, ມີ​​ກອງ​ທຶນ 4 ລ້ານຢວນ​ໃນ​ເບື້ອງ​ຕົ້ນ, ເຊິ່ງ​ມາ​ຈາກ​ງົບ​ປະ​ມານ​ຂອງ​ເມືອງ ແລະ ການ​ບໍ​ລິ​ຈາກ​ຂອງວິ​ສາ​ຫະ​ກິດ. ຕາມ​ຂ່າວ​ແຈ້ງວ່າ, ການ​ສ້າງຕັ້ງ​ມູນ​ນິ​ທິ​ດັ່ງ​ກ່າວ, ມີ​ຈຸດ​ປະ​ສົງ​ເພື່ອ​ສະ​ແຫວງ​ຫາ​ການ​ບໍ​ລິ​ຈາກ ແລະ ການ​ສະ​ໜັບ​ສະ​ໜູນ​ຈາກວິ​ສາ​ຫະ​ກິດ ແລະ ບຸກ​ຄົນ​ໃຈ​ບຸນ​ໃນ​ວົງ​ການ​ຕ່າງໆ​ຂອງ​ສັງ​ຄົມ, ​ເປັນ​ການສະ​ສົມ​ກຳ​ລັງ​ແຮງ ແລະ ສ້າງ​ເວ​ທີ​ໃຫ້​ແກ່​ເມືອງ​ຮ​ວ່າ​ຢວນ​ໃນ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ສ້າງ “ຮູບ​ແບບ​ຮ​ວ່າ​ຢວນ”ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ຢ່າງ​ຮອບ​ດ້ານ.

​ຄະ​ນະ​ໂຄ​ສະ​ນາ​​ຂອງຄະ​ນະ​ພັກ​ເມືອງ​ຮ​ວ່າ​ຢວນ​​ໄດ້ໃຫ້​ຮູ້​ວ່າ, ນັບ​ມາ​ຮອດ​ປະ​ຈຸ​ບັນ, ​ມູນ​ນິ​ທິ​ດັ່ງ​ກ່າວ​ໄດ້​ລະ​ດົມ​ທຶນ​ໄດ້​ແລ້ວ 54 ລ້ານກວ່າ​ຢວນ. ໃນ​ອະ​ນາ​ຄົດ​ຈະ​​ນຳ​ໃຊ້​ກອງ​ທຶນ​ໂດຍປິ່ນ​ອ້ອມ​ຄວາມ​ຮຽກ​ຮ້ອງ​ລວມຄື “ອຸດ​ສາ​ຫະ​ກຳ​ຈະ​ເລີນ​ຮຸ່ງ​ເຮືອງ, ສິ່ງ​ແວດ​ລ້ອມ​ເໝາ​ະ​ສົມ​ຕໍ່​ການ​ດຳ​ລົງ​ຊີ​ວິດ, ຮີດ​ຄອງ​ປະ​ເພ​ນີ​ຊົນ​ນະ​ບົດ​ມີ​ຄວາມ​ສິ​ວິ​ໄລ, ການ​ຄຸ້ມ​ຄອງ​ມີ​ປະ​ສິດ​ທິ​ຜົນ, ຊີ​ວິດ​ການ​ເປັນ​ຢູ່​ມີ​ຄວາມ​ຮັ່ງ​ມີ”, ເພື່ອ​ເປັນ​ແຮງ​ຊຸກ​ຍູ້​ໃຫ້​ແກ່​ພາ​ລະ​ກິດ​ພັດ​ທະ​ນາ​ຊົນ​ນະ​ບົດ​ຂອງ​ເມືອງ​ຮ​ວ່າ​ຢວນ.

ຄຳ​ເຫັນ

0