覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ມັດ​ຊາ​ໃຫຍ່​ສ​ປ​ຊ​ຮັບ​ຮອງ​ຍັດ​ຕິກ່ຽວ​ກັບ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ນຳ​ໃຊ້​ເຕັກ​ນິກວິ​ທະ​ຍາ​ສາດ​ໂດຍ​ສັນ​ຕິ​ທີ່​ຍື່ນ​ໂດຍ​ຈີນ

2021-11-05 15:31:49 cri

ສະ​ມັດ​ຊາ​ໃຫຍ່​ສ​ປ​ຊ​ຮັບ​ຮອງ​ຍັດ​ຕິກ່ຽວ​ກັບ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ນຳ​ໃຊ້​ເຕັກ​ນິກວິ​ທະ​ຍາ​ສາດ​ໂດຍ​ສັນ​ຕິ​ທີ່​ຍື່ນ​ໂດຍ​ຈີນ_fororder_外交部发言人
 

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວປະ​ຈຳ​ ​ວັນ​ທີ 4 ພະ​ຈິກ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ແຈ້ງ​ໃຫ້​ຊາບກ່ຽວ​ກັບ​ສະ​ພາບ​​​ທີ່ຈີນ​​ໄດ້ຍື່ນ​​ຍັດ​ຕິ​ວ່າ​ດ້ວຍ​ການ​ສົ່ງ​ເສີມການ​ຮ່ວມ​ມື​ສາ​ກົນ​ເພື່ອນຳ​ໃຊ້​ເຕັກ​ນິກວິ​ທະ​ຍາ​ສາດ​ໂດຍ​ສັນ​ຕິ​ໃນ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ​ສາ​ກົນ​ ຕໍ່​ຄະ​ນະ​ກຳ​ມະ​ການຫຼຸດ​ກຳ​ລັງ​ຮົບ​ແລະ​ຄວາມ​ໝັ້ນ​ຄົງ​ສາ​ກົນ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ກ່າວ​ວ່າ: ​ຍັດ​ຕິສະ​ບັບ​ນີ້​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ນຳ​ໃຊ້​ເຕັກ​ນິກວິ​ທະ​ຍາ​ສາດ​ໂດຍ​ສັນ​ຕິ​ລວ​ມ​ທັງ​ການ​ຮ່ວມ​ມື​ສາ​ກົນ ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ເລັ່ງ​ທວງໃຫ້​ບັນ​ດາ​ປະ​ເທດ​ໃນ​ຂະ​ນະ​ທີ່​ປະ​ຕິ​ບັດ​ຕາມ​ພັນ​ທະ​ສາ​ກົນ​ໃນ​ການ​ປ້ອງ​ກັນ​ການ​ແຜ່​ຜາ​ຍ​ອາ​ວຸດ​ນີວ​ເຄ​ລຍ​ນັ້ນ, ​ຍັງ​ຕ້ອງຍົກ​ເລີກ​ຂໍ້​ຈຳ​ກັດ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ​ຕໍ່​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ການ​ນຳ​ໃຊ້​ເຕັກ​ນິກວິ​ທະ​ຍາ​ສາດ​ໂດຍ​ສັນ​ຕິ​.
 

  ຕາມ​ຂ່າວ​ແຈ້ງວ່າ: ວັນ​ທີ 3 ພະ​ຈິກ​ນີ້, ຄະ​ນະ​ກຳ​ມະ​ການຫຼຸດ​ກຳ​ລັງ​ຮົບ​ແລະ​ຄວາມ​ໝັ້ນ​ຄົງ​ສາ​ກົນ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 76ໄດ້​ຮັບ​ຮອງ​ຍັດຕິ​ວ່າ​ດ້ວຍ ການ​ສົ່ງ​ເສີມການ​ຮ່ວມ​ມື​ສາ​ກົນ​ເພື່ອນຳ​ໃຊ້​ເຕັກ​ນິກວິ​ທະ​ຍາ​ສາດ​ໂດຍ​ສັນ​ຕິໃນ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ​ສາ​ກົນ ເຊິ່ງ​ຍື່ນ​ໂດຍ​ປະ​ເທດ​ຈີນ. ມະ​ຕິ​ສະ​ບັບ​ນີ້​ໄດ້​ຕົ​ກ​ລົງ​ໃຫ້​ກຳ​ນົດ​ເອົາ​ເນື້ອ​ໃນ​ກ່ຽວ​ກັບ “ການ​ສົ່ງ​ເສີມການ​ຮ່ວມ​ມື​ສາ​ກົນ​ເພື່ອນຳ​ໃຊ້​ເຕັກ​ນິກວິ​ທະ​ຍາ​ສາດ​ໂດຍ​ສັນ​ຕິ​ໃນ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ​ສາ​ກົນ​” ເຂົ້າ​ໃນ​ວາ​ລະປະ​ຊຸມ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ຂໍ​ໃຫ້​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ຂໍ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ ນຳປະ​ເທດ​ສະ​ມາ​ຊິກ​ທັງ​ໝົດ ທັງ​ຍື່ນ​ບົດ​ລາຍ​ງານ​ຕໍ່​ກອງ​ປະ​ຊຸມ​​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 77 ທີ່​ຈັດ​ຂຶ້ນ​ໃນ​ປີ​ໜ້າ.

ຄຳ​ເຫັນ

0