刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສະ​ແດງ​ຄວາມດີ​ໃຈ​ຢ່າງ​ຈິງ​ໃຈ​ນຳ​ຜົນ​ສຳ​ເລັດ​ຂອງ​ກຳ​ປູ​ເຈຍ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19

2021-11-05 17:16:55 cri

ຈີນ​ສະ​ແດງ​ຄວາມດີ​ໃຈ​ຢ່າງ​ຈິງ​ໃຈ​ນຳ​ຜົນ​ສຳ​ເລັດ​ຂອງ​ກຳ​ປູ​ເຈຍ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19_fororder_bc20-3f455aaef5424c1d8b90fb83d60db199

ວັນ​ທີ 4 ພະ​ຈິກ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກ​ອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ກຳ​ປູ​ເຈຍ​ຢ່າງ​ສູງ​​ທີ່​​ສາ​ມາດ​ໃຊ້​ມາດ​ຕະ​ການ​ຕ້ານ​ກັບ​ພະ​ຍາດໂຄວິດ-19 ໄດ້​ເປັນ​ຢ່າງ​ດີ ແລະ​ສະ​ແດງ​ຄວາມ​ດີ​ໃຈ​ຢ່າງ​ຈິງ​ໃຈ​ນຳ​ຜົນ​ສຳ​ເລັດ​ຂອງ​ກຳ​ປູ​ເຈຍ​ໃນ​ການ​ຕ້າ​ນ​ກັບ​ພະ​ຍາດ​.

ຂ່າວ​ແຈ້ງວ່າ: ກຳ​ປູ​ເຈຍ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວ​ງໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຂອງ​ຈີນ, ອັດ​ຕາ​ການ​ສັກ​ວັກ​ຊີນ​ເປັນ​ອັນ​ດັບໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນ. ກ່ອນ​ໜ້າ​ນີ້, ທ່ານ​ຮຸນ​​ແຊ​ນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ໄດ້​ປະ​ກາດ​ວ່າ: ລັດ​ຖະ​ບານ​ຈະ​ຍົກ​ເລີກ​ມາດ​ຕະ​ການ​ປິດ​ເມືອງ​ຕ່າງໆ​ເປັນ​ກ້າວ​ໆ​ ​ເຊິ່ງ​ຈະ​ເລີ່ມແຕ່​ວັນ​ທີ 1 ພະ​ຈິກ​ນີ້​ເປັນ​ຕົ້ນ​ໄປ ແລະ​ຟື້ນ​ຟູ​ການ​ເຮັດ​ວຽກ​ແລະ​ການ​ຜະ​ລິດ​ຢ່າງ​ຮອບ​ດ້ານ.

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ, ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ຈີນ​ຈະ​ສະໜັບ​ສະ​ໜູນ​ກຳ​ປູ​ເຈຍ​ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ດັ່ງ​ຄື​ດັ່ງ​ທີ່​ເຄີຍ​ໄດ້​ເຮັດ. ພວກ​ຂ້າ​ພະ​ເຈົ້າ​ຍັງ​ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ສືບ​ຕໍ່​ລົງ​ເລິ​ກ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ​ຟື້ນ​ຟູ​ເສດ​ຖະ​ກິດ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ.

ຄຳ​ເຫັນ

0