刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖາ​ນີ​ລົດ​ໄຟ​ວັງວຽງ​ທາງ​ລົດ​ໄຟ​ຈີນ-ລາວ​ ຕົກ​ແຕ່ງ​ຮຽບ​ຮ້ອຍ​ແລ້ວ

2021-11-06 14:42:04 cri

 

ວັນ​ທີ 4 ພະ​ຈິກ​ນີ້, ສະ​ຖາ​ນີ​ລົດ​ໄຟ​​ວັງວຽງ​​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ສຳ​ເລັດການ​ຕົກ​ແຕ່ງ​​ທັງ​ພາຍ​ໃນ ແລະ​ພາຍນອກ​ຮຽບ​ຮ້ອຍ​ແລ້ວ.

ສະ​ຖາ​ນີ​ລົດ​ໄຟ​​ວັງວຽງ​ຕັ້ງ​ຢູ່​ເມືອງວັງວຽງ​ປະ​ເທດ​ລາວ, ເນື້ອ​ທີ່​​ກໍ່​ສ້າງ​ມີ​ລວມ​ທັງ​ໝົດປະ​ມານ 5000 ຕາ​ແມັດ, ສາ​ມາດ​ຮອງ​ຮັບ​ໄດ້ 600 ຄົນຫຼາຍ​ທີ່​ສຸດ.

ປັດ​ຈຸ​ບັນ, ສະ​ຖາ​ນີ​ລົດ​ໄຟ​ວັງວຽງ​ໄດ້​ເລີ່ມ​ກວດ​ຮັບ​ແລ້ວ ແລະພວມ​ກະ​ກຽມ​​ວຽກ​ງານ​ການ​ທົດ​ລອງ​ແບບ​ປະ​ສານ​ກັນ​ຕາມ​ພາຍຫຼັງ, ຄາດ​ວ່າ​ຈະ​ເປີດ​ການ​ບໍ​ລິ​ການ​ໃນ​ເດືອນ​ທັນ​ວາ​ປີ​ນີ້.

ຄຳ​ເຫັນ

0