刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ ສ​ປ​ຊ ຮຽ​​ກຮ້ອງ​ໃຫ້​ຍົກ​ສູງ​ຄວາມ​ຮັ​ບ​ຮູ້​ຕໍ່​ຄື້ນ​ສຶ​ນາ​ມິ

2021-11-06 17:38:05 cri

 

ວັນ​ທີ 5 ພະ​ຈິກ​ນີ້, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເລ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ ສ​ປ​ຊ ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ວັນ​ຮັບ​ຮູ້​ສຶ​ນາ​ມິ​ໂລກ ໂດຍ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຈົ່ງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຕໍ່​​ຄື້ນ​ສຶ​ນາ​ມິ ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຊີ​ວິດ ທັງ​​ແບ່ງ​ປັນ​ວິ​ທີ​ໃໝ່​ເພື່ອຫຼຸດ​ຄວາມ​ສ່ຽງ​​ຈາກ​ຄື້ນ​ສຶ​ນາ​ມິ.

ທ່ານ​ກູ​ເຕີ​ເລ​ສ​ ກ່າວ​ວ່າ: “ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ພະ​ຍາ​ຍາມ​​ບົນ​ພື້ນ​ຖານ​ຄວາມ​ຄືບ​ໜ້າ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ ລວມ​ທັງ​ໃຫ້​ການ​ບໍ​ລິ​ການຫຼາຍກວ່າ​ເກົ່າ​ແກ່​ເຂດ​ຊຸມ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຄື້ນ​ສຶ​ນາ​ມິ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ ແລະ​​ບັນ​ຈຸ​ແຜນ​ການ​ສຶ​ນາ​ມິ​ເຂົ້າ​​ໃນ​ແຜນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ທະ​ເລແບບ​ຍືນ​ຍົງ​ຮອບ 10 ປີ​ຂອງ ສ​ປ​ຊ.”

ທ່ານ​ກ່າວ​ຕື່ມ​ວ່າ: ການ​ເອົາ​ໃຈ​ໃສ່​ວິ​ທະ​ຍາ​ສາດ, ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ສາ​ກົນ, ​ການ​ປ້ອງ​ກັນ​ໄພ​ພິ​ບັດ​ຢ່າງ​ຕັ້ງ​ໜ້າ ແລະ​ການ​ໃຊ້​ການ​ເຄື່ອນ​ໄຫວ​ໃນ​ໄລ​ຍະ​ເ​ບື້ອງ​ຕົ້ນ ຄວນ​ເປັນ​ແກນ​ກາງ​ຂອງ​ຄວາມ​ພະ​ຍາ​ຍາມ​ທັງ​ໝົດ​ໃນ​ການ​ຮັບ​ປະ​ກັນ​ໃຫ້ປະ​ຊາ​ຊົນ​ແລະ​ເຂດ​ຊຸມ​ຊົນ​ມີ​ຄວາມ​ປອດ​ໄພ. ການ​ເພີ່ມ​ທະ​ວີ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ປະ​ເທດ​ພວມ​ພັດ​ທະ​ນາ​ແລະ​ປັບ​ປຸງ​ການ​ຕິດ​ຕາມ​ວັ​ດແທກ​ແລະ​ການ​ເຕືອນ​ໄພ​ມີ​ຄວາມ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງ. ໂດຍ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ທົ່ວ​ໂລກ​ຕ່າງໆ​ນາ​ນາ​ທີ່​ນັບ​ມື​ນັບ​ສັບ​ສົນ​ຂຶ້ນ, ພວກ​ເຮົາ​ຕ້ອງ​ມີ​ການ​ກະ​ກຽມ​ຢ່າງ​ເຕັມ​ສ່ວນ.

ເດືອນ​ທັນ​ວາ​ປີ 2015, ສະ​ມັດ​ຊາ​ໃຫຍ່​ອົງ​ການ ສ​ປ​ຊ ໄດ້​ກຳ​ນົດ​ເອົາ​ວັນ​ທີ 5 ພະ​ຈິກ​ຂອງ​ແຕ່​ລະ​ປີ​ເປັນ​ວັນ​ຮັບ​ຮູ້ສຶ​ນາ​ມິ​ໂລກ. ຕາມ​ການ​ຄາດ​ຄະ​ເນ​ຂອງ ສ​ປ​ຊ, ເມື່ອ​ຮອດ​ປີ 2030, ປະ​ຊາ​ກອນ 50% ​ຂອງໂລກ​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ໃນເຂດ​ແຄມ​ທະ​ເລ​ທີ່​ມັກ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ, ໄພ​ພາ​ຍຸ ແລະ​ໄພ​ຄື້ນ​ສຶ​ນາ​ມິ​ໄດ້​ງ່າຍ.

ຄຳ​ເຫັນ

0