李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລວ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​ຊິ​ກຽງ​ຂອງ​ຈີນ​ຈະ​ສ້າງ​ລະ​ບົບ​ຂົນ​ສົ່ງ​​ແບບ​ເປີດກວ້າງ​ລະ​ດັບ​ສູງ

2021-11-06 14:37:54 cri

ເລວ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​ຊິ​ກຽງ​ແມ່ນ​ເຂດ​ເຊື່ອມ​ຕໍ່​ກັບ “ໜຶ່ງ​ເລວ​ໜຶ່ງ​ເສັ້ນ​ທາງ” ​ທີ່​ສຳ​ຄັນຢູ່​ພາຍ​ໃນ​ປະ​ເທດ​ຈີນ. ວັນ​ທີ 5 ພະ​ຈິກ​ນີ້, ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ຂອງ​ຄະ​ນະ​ກຳ​ມະ​ການ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, “ແຜນ​ການສ້າງ​ລະ​ບົບ​ຄົມ​ມະ​ນາ​ຄົມ-ຂົນ​ສົ່ງ​ສັງ​ລວມ​ຂອງ​ເລວ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​ຊິ​ກຽງ​ ທີ່ນອນ​ຢູ່​ໃນແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14” ທີ່​​ເຜີຍ​ແຜ່​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ລະ​ບຸ​ວ່າ, ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 14, ເລວ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​ຊິ​ກຽງ​ຈະ​ສ້າງ​ລະ​ບົບ​ຂົນ​ສົ່ງ​ແບບ​ເປີດກວ້າງລະ​ດັບ​ສູງ.

ໃນ​ຖາ​ນະ​ເປັນ​​ສິ່ງ​ຄ້ຳ​ປະ​ກັນ​ທີ່ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ເລວ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​ຊິ​ກຽງ ແລະ​​ເປັນມາດ​ຕະ​ການ​​ສຳ​ຄັນເປັນ​ຂໍ້​ກະ​ແຈ​​ໃນ​ການ​ເຮັດ​ໃຫ້​ເສັ້ນ​ທາງ​ຫຼັກ​ຂອງ​ຮອບ​ໝູນ​ວຽນ​ເສດ​ຖະ​ກິດ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໂລ່ງ​ລ່ຽນ, ແຜນ​ການ​ສ້າງ​ລະ​ບົບ​ຄົມ​ມະ​ນາ​ຄົມ-ຂົນ​ສົ່ງ​ດັ່ງ​ກ່າວ​ໄດ້​ພິມ​ເຜີຍ​ແຜ່​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ກັນ​ຍາ​ປີ​ນີ້. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​​ຂ່າວ, ທ່ານ​ໂຈ່ວ​ສຽວ​ຊີ ຮອງ​ຫົວ​ໜ້າ​ກົມ​ພື້ນ​ຖານ​ຂອງ​ຄະ​ນະ​ກຳ​ມະ​ການການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ຮູ້ວ່າ, ການ​​ສ້າງ​ລະ​ບົບ​ຂົນ​ສົ່ງ​ແບບ​ເປີດກວ້າງ​ລະ​ດັບ​ສູງແມ່ນ​ໜຶ່ງ​ໃນ​ໜ້າ​ທີ່​ກໍ່​ສ້າງ​ຕົ້ນ​ຕໍ ທີ່​ສະ​ເໜີ​ອອກ​ໃນ​ແຜນ​ການ​ດັ່ງ​ກ່າວ.

ນອກ​ນີ້, ຕາມ​ເປົ້າ​ໝາຍ​ທີ່​​ເລວ​ເສດ​ຖະ​ກິດແມ່​ນ້ຳ​ຢາງ​ຊີ​ກຽງ​ຕ້ອງ​ນຳ​ໜ້າ​ໝູ່​ເດີນ​ຕາມ​ເສັ້ນ​ທາງ​​ໃໝ່ທີ່​ຖື​ເອົາ​ຊີ​ວະ​ພາບ​ເປັນ​ທີ່​ສຳ​ຄັນ​ກວ່າ​ໝູ່ ແລະ​ພັດ​ທະ​ນາ​ແບບ​ສີ​ຂຽວ, ການ​ຊຸກ​ຍູ້​ການ​ສ້າງ​ລະ​ບົບ​ຄົມ​ມະ​ນາ​ຄົມ​-​ຂົນ​ສົ່ງ​ສັງ​ລວມ​ ຈະ​ດຳ​ເນີນ​ໄປ​ພາຍ​ໃຕ້​ເງື່ອນ​ໄຂເບື້ອງ​ຕົ້ນ​ທີ່​ຕ້ອງ​​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ, ເອົາ​ການ​​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ແມ່​ນ້ຳ​ຢາງ​ຊິ​ກຽງ​ໄວ້​ຢູ່​​ໃນຖາ​ນະ​ສຳ​ຄັນ​ທີ່​ສຸດ.

ຄຳ​ເຫັນ

0