黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແນະ​ນຳການແຂ່ງຂັນແຕ່ງເພງ “ລົດໄຟລາວ-ຈີນ”

2021-11-06 09:48:02 cri

    ວັນ​ທີ 5 ພະ​ຈິກ​ນີ້, ທາງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ປະ​ກວດ​ເພງ “ລົດ​ໄຟ​ລາວ-ຈີນ” ໄດ້ປະກາດຜົນໃນ​ຮອບຄັດເລືອກ 30 ເພງທຳອິດ.
    ໃນຮອບຖັດໄປຈະມີການຄັດເລືອກ10-15ເພງເພື່ອ​ເຂົ້າຮອບສຸດທ້າຍໂດຍຈະມີຄະນະ ກຳມະການຕັດສິນ​ທີ່​ມາຈາກຄະນະໂຄສະນາອົບຮົມສູນກາງພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ​ລາວເປັນ​ຜູ້​ຕັດສິນເພງທີ່ໄດ້ ຮັບລາງວັນທີ 1, ​ທີ 2 ແລະ ​ທີ 3 ຕາມລຳດັບໃນຮອບສຸດທ້າຍ. 
    ຫຼັງຈາກຜ່ານການ ຕັດສິນ ແລະ ໄດ້ລາຍຊື່ຜູ້ຊະນະແລ້ວ ຈະມີການປະກາດລົງ​ໃນ Facebook ອີກຄັ້ງໜຶ່ງ.  
    30 ເພງ​ທຳ​ອິດ​ນີ້ຈະ​ອອກ​ອາ​ກາດ​ທາງ​ວິ​ທະ​ຍຸCRI FM93 MHz, APP ທາງ​ມື​ຖື laos grip ແລະ ເວັບ​ໄຊ laos.cri.cn, ເຊີນ​ທ່ານ​ຕິດ​ຕາມໄດ້.

ຄຳ​ເຫັນ

0