何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້າ​ທີ່​ອົງ​ກາ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ຂອງຈີນ​ຫຼັງ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ເປັນ​ເວ​ລາ 20 ປີ​ມາ​ນີ້

2021-11-06 10:58:01 CRI

ເຈົ້າ​ໜ້າ​ທີ່​ອົງ​ກາ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ຂອງຈີນ​ຫຼັງ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ເປັນ​ເວ​ລາ 20 ປີ​ມາ​ນີ້_fororder_src=http___nimg.ws.126.net__url=http%3A%2F%2Fdingyue.ws.126.net%2F2021%2F1106%2F9ae3ad8ej00r24k320015c000hs00bvg&thumbnail=650x2147483647&quality=80&type=jpg&refer=http___nimg.ws.126

 

ວັນ​ທີ 5 ພະ​ຈິກ​ນີ້, ເວ​ທີ​ປຶກ​ສາ​ຫາ​ລື​ຂັ້ນ​ສູງວ່າ​ດ້ວຍ​ປະ​ເທດ​ຈີນ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ຄົບ​ຮອບ 20 ປີ​ທີ່​ມີ​ຫົວ​ຂໍ້​ວ່າ “ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮໃນໄລ​ຍະ​​ການ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 4. ​ໂອ​ກາດ​ນີ້, ເຈົ້າ​ໜ້າ​ທີ່​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ອັນ​ຕັ້ງ​ໜ້າ​ທີ່​ມີ​ຕໍ່​ປະ​ເທດ​ຈີນ​ເອງ​ກໍ​ຄື ທົ່ວ​ໂລກ ຫຼັງ​ຈາກ​ຈີນ​ເຂົ້າ​ເປັນ​ສະ​ມ​າ​ຊິກ​ອົງ​ກ​ານ​ການ​ຄ້າ​ໂລກ, ທັງ​ເຫັນ​ວ່າ ການ​ປະ​ກອບ​ສ່ວນ​ຂອງ​ຈີນ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ກັບ​ທົ່ວ​ໂລກ.

 

ທ່ານ​ໂງ​ຊີ ໂອ​ກົນ​ໂຈ ອີ​ເວ​ລາ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ຂອງ​ຈີນວ່າ: “ຈີນ​ໄດ້​ກາຍ​ເປັນ​ໃຈ​ກາງຂອງ​ຕ່ອງ​ໂສ້​ມູນ​ຄ່າ​ ​ໂລກ​ຢ່າງ​ສຳ​ເລັດ​ຜົນ. ເຄືອ​ຂ່າຍ​ການ​ຜະ​ລິດ ແລະ ການ​ຄ້າ​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ເປັນ​ເສັ້ນ​ຊີ​ວິດ​ຂອງຫຼາຍ​ປະ​ເທດ​ຢູ່​ພາກ​ພື້ນ​ປາ​ຊີ​ຟິກ​ເທົ່າ​ນັ້ນ, ​ຫາກຍັງ​ໄດ້​ຍົກ​ສູງ​ປະ​ລິ​ມານ ຄຸນ​ນະ​ພາບ ແລະ ປະ​ເພດ​ສິນ​ຄ້າ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ​ອີກ​ດ້ວຍ. ເມື່ອ​ທົບ​ທວນ​ຄືນ 20 ປີ​ທີ່​ຜ່ານ​ມາ, ຈີນ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ ເທົ່າ​ກັບ​ວ່າ​ໄດ້​ສ້າງ​ຂົວ​ຕິດ​ຕໍ່​ທາງ​ການ​ຄ້າ​ໃຫຍ່​ທີ່​ສຸດລະ​ຫວ່າງ​ຈີນ ແລະ ປະ​ເທດ​ຕາ​ເວັນ​ຕົກ.”

ທ່ານ​ເຣ​ເບ​ກາ ກ​ຣິນ​ສ​ປານ ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ການ​ຄ້າ ແລະ ການ​ພັດ​ທະ​ນ​າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເຫັນ​ວ່າ, ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ໄດ້​ຍົກ​ສູງ​ກຳ​ລັງ​ການ​ຜະ​ລິດ ແລະ ​ຄວາມ​ສາ​ມາດ​ການແຂ່ງ​ຂັນ​ຂອງ​ຈີນ​ໃນ​ຂະ​ແໜງ​ການ​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ​ຜະ​ລິດ ແລະ ຂະ​ແໜງ​ການ​ບໍ​ລິ​ການ. ພ້ອມ​ກັນ​ນັ້ນ, ໃນ 20 ປີ​ທີ່​ຜ່ານ​ມາ, ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ຂອງ​ຈີນ​ກໍ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທົ່ວ​ໂລກ​ເຊັ່ນ​ກັນ.

 

ທ່ານ​ນາງມາ​ຣີ ເອ​ວກາ ປານ​ເກັ​ສ​ຕູ ຮອງ​ຜູ້​ອຳ​ນວຍ​ການ​ປະ​ຈຳ​ການ​ຂອງທະ​ນາ​ຄານ​ໂລກ​ເຫັນ​ວ່າ, ການ​​ພັດ​ທະ​ນາ​ກ້າວ​ກະ​ໂດດ​ຂຶ້ນ​ຂອງ​ຈີນ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຈີນ​ເອງ​ເທົ່າ​ນັ້ນ, ແຕ່​ຍັງ​ມີ​ຜົນ​ດີ​ຕໍ່​ຄູ່​ການ​ຄ້າ​ຂອງ​ຈີນ​ອີກ​ດ້ວຍ, ເຊິ່ງ​ລວມ​ທັງ​ປະ​ເທດ​ພວມ​ພັ​ດ​ທະ​ນາ ແລະ ປະ​ເທດ​ດ້ອມ​ພັດ​ທະ​ນາ​ຢ່າງຫຼວງຫຼາຍ. ທ່ານ​ກ່າວ​ຕື່ມ​ວ່າ, ໃນ​ອະ​ນາ​ຄົດ​ຈີນ​ຍັງ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດສຳ​ຄັນ​ກວ່າ​ເກົ່າ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ​ວັດ​ຖຸອຸ​ປະ​ກອນ​ການ​ແພດ, ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ​ອື່ນໆ, ​ແລະປົກ​ປັກຮັກ​ສາ​ລັດ​ທິຫຼາຍ​ຝ່າຍ.

ຄຳ​ເຫັນ

0