何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດຕົວສະຖານີ 5 ແຫ່ງພາກເໜືອຂອງເສັ້ນທາງລົດໄຟລາວ-ຈີນ

2021-11-06 15:56:42 CRI

ເປີດຕົວສະຖານີ 5 ແຫ່ງພາກເໜືອຂອງເສັ້ນທາງລົດໄຟລາວ-ຈີນ_fororder_微信图片_20211106155611

 

    ວັນ​ທີ 5 ພະຈິກນີ້ ,ສະຖານີລົດໄຟລາວ-ຈີນຄືສະຖານີບໍ່ເຕັນໄດ້ຕິດປ້າຍປະກາດຜົນສຳເລັດຢ່າງເປັນທາງການຮຽບຮ້ອຍແລ້ວ,ນັບວ່າເປັນຂີດໝາຍຄວາມສຳເລັດການເປີດສະຖານີທັງ 5 ແຫ່ງຢູ່ພາກເໜືອລາວຂອງເສັ້ນທາງລົດໄຟລາວ-ຈີນ ກໍ່ຄືສະຖານີບໍ່ເຕັນ, ສະຖານີນາເຕີຍ, ສະຖານີນາໝໍ້, ສະຖານີເມືອງໄຊ ແລະສະຖານີເມືອງງາ ເຊິ່ງໄດ້ວາງພື້ນຖານອັນແໜ້ນແກ່ນໃຫ້ແກ່ການເປີດເສັ້ນທາງລົດໄຟລາວ-ຈີນຢ່າງທັນການແລະມີຄຸນນະພາບສູງ.

 

ເປີດຕົວສະຖານີ 5 ແຫ່ງພາກເໜືອຂອງເສັ້ນທາງລົດໄຟລາວ-ຈີນ_fororder_微信图片_20211106155615

       ໃນດ້ານຂອງການອອກແບບອາຄານສະຖານີທັງ 5 ແຫ່ງ ແມ່ນໄດ້ປະສົມປະສານລັກສະນະວັດທະນະທຳຂອງສອງປະເທດລາວ-ຈີນຢ່າງສົມບູນແບບ.ອາຄານສະຖານີບໍ່ເຕັນແມ່ນໄດ້ປະສົມປະສານກ່ຽວກັບການກວດກາຊາຍແດນດ່ານພາສີ ກັບໜ້າທີ່ຂອງສະຖານີລວມເຂົ້າກັນ ເພື່ອສ້າງສະຖານີລົດໄຟທີ່ເປັນນະວັດຕະກຳໃໝ່ຂອງດ່ານສາກົນ ແລະອື່ນໆ, ສະຖານີບໍ່ເຕັນຍັງເປັນການປະສົມປະສານລະຫວ່າງຮູບແບບສະຖາປັດຕະຍະກຳແບບ​ດັ້ງເດີມຂອງລາວ ແລະລາຍລະອຽດຂອງສະຖາປັດຕະຍະກຳໄມ້ຮູບແບບຈີນ ເພື່ອສະທ້ອນເ​ຖິງມິດຕະພາບລະຫວ່າງລາວ-ຈີນ, ຫຼັງຄາສາມຊັ້ນແຍກຕຳແໜ່ງທາງເຂົ້າທີ່ແຕກຕ່າງກັນຢ່າງຈະແຈ້ງ ແລະຍັງສະທ້ອນ​ເຖິງພູມສັນຖານທ້ອງຖີ່ນອີກດ້ວຍ.  ສ່ວນອີກ 4 ສະຖານີກໍໄດ້ຮັບການອອກແບບໂດຍແນວຄິດການອອກແບບຕາມຄຳຂັວນປະ ຈຳທ້ອງຖິ່ນຄື “ການຄ້າຂາຍຂົນສົ່ງວ່ອງໄວປະທັບໃຈມວນຊົນນາເຕີຍ” “ຄວາມສະຫງົບສຸກສົດໃສເມືອງນາໝໍ້ງາມສະຫງ່າ”   “ທຳມະຊາດອຸດົມສົມບຸນເມືອງໄຊປ່າດົງພົງໄພສົດໃສເຢັນດີ”  “ຊື່ຕົງອ່ອນໂຍນເມືອງງາສວຍງາມ” ສຳລັບແນວຄິດການອອກແບບນັ້ນເປັນການປະສົມປະສານຮູບແບບສະຖາປັດຕະຍະກຳຂອງທີ່ພັກອາໃສຂອງຈີນ-ລາວ ສ້າງພາບລັກທີ່ສວຍງາມເຂົ້າກັບຄວາມຮົ່ມເຢັນຂອງອາຄານສະຖານີ.

ຄຳ​ເຫັນ

0