蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ການ​ຄ້າ​ສາ​ກົນ

2021-11-07 16:29:28 CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ຈ່າງ​ຊ້ຽງ​ເສິນ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ​ກ່າວ​ວ່າ: ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໄດ້​ສ້າງ​ເວ​ທີ​ທີ່​ດີ​ໃຫ້​ແກ່​ທົ່ວ​ໂລກ ແລະ ໄດ້ເສີມ​ຂະ​ຫຍາຍ​ບົດ​ບາດ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ການ​ຄ້າ​ສາ​ກົນ.

ທ່ານ​ຈ່າງ​ຊ້ຽງ​ເສິນ​ກ່າວ​ຕື່ມ​ວ່າ: ງານວ​າງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໄດ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ສາ​ກົນ​ທີ່​ດີ​ທີ່​ສຸດ​ແລ້ວ ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ການ​ຄ້າ​ສາ​ກົນ ແລະ ການ​ແລກ​ປ່ຽນ​ນະ​ໂຍ​ບາຍ​ການ​ຄ້າ. ຈີນ​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ງານ, ສົ່​ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ປະ​ເທດ​ຕ່າງໆ​ສົ່ງ​ສິນ​ຄ້າ​ເຂົ້າ​ຕະຫຼາດ​ຈີນ ແລະ ຍິນ​ດີ​ຕ້ອ​ນ​ຮັບ​ວິ​ສາ​ຫະ​ກິດ​ຕ່າງໆ​ເຂົ້າ​ສູ່​ຕະຫຼາດ​ຈີນ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຈີນ.

ທ່ານ​ກ່າວ​ຕື່ມ​ວ່າ: ພາຍ​ໃຕ້​ສະ​ພາບ​ການ​ທີ່​ຂະ​ບວນ​ການ​ໂລ​ກາ​ພິ​ວັດ​ພົບ​ຄວາມ​ຫຍຸ້ງ​ຍາກ ແລະ ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ໄດ້​ນັບ​ມື້​ນັບ​ດຸ​ເດືອດ​ຂຶ້ນ, ມາດ​ຕະ​ການ​ດັ່ງ​ກ່າວ​ຂອງ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທາງບວກ​ຢ່າງ​ໃຫຍ່ຫຼວງ.

ຄຳ​ເຫັນ

0