尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄງ​ການ​ລົດ​ໄຟ​ໃນ​ເມືອງ​ສາຍ​ທຳ​ອິດ​ຂອງ​ຫວຽດ​ນາມ​ທີ່​ວິ​ສາ​ຫະ​ກິດ​ຈີນ​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ

2021-11-07 16:49:13 cri

      ວັນ​ທີ 6 ພະ​ຈິກ​ນີ້, ພິ​ທີ​ມອບ​ຮັບ​ໂຄງ​ການ​ລົດ​ໄຟ​ໃນ​ເມືອງ​ສາຍ​ທຳ​ອິດ​ຂອງ​ຫວຽດ​ນາມ​ທີ່​ວິ​ສາ​ຫະ​ກິດ​ຈີນ​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຮ່າ​ໂໜ້ຍ​ປະ​ເທດ​ຫວຽດ​ນາມ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ໂຄງ​ການ​ດັ່ງ​ກ່າວ​ໄດ້​​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ.

      ລົດ​ໄຟ​ກັດລິນ-ຮາ​ດົງ​ຂອງ​ນະ​ຄອນ​ຫຼວງ​ຮ່າ​ໂໜ້ຍ​ທີ່​​ກຸ່ມບໍ​ລິ​ສັດ​ໂຄງ​ການ​ລົດ​ໄຟ​ຈີນ​ສາ​ຂາ​ທີ 6 ຈຳ​ກັດເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ​ນັ້ນ​ມີ​ຄວາມ​ຍາວ​ປະ​ມານ 13 ກິ​ໂລ​ແມັດ, ໄດ້​ຈັດ​ໃຫ້​ມີສະ​ຖາ​ນີ​ລົດ​ໄຟ 12 ແຫ່ງ, ເລີ່ມ​ລົງ​ມື​ກໍ່​ສ້າງ​ໃນ​ເດືອນ​ຕຸ​ລາ​ປີ 2011 ຢ່າງ​ເປັນ​ທາງ​ການ. ໂຄງ​ການ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ປັບ​ປຸງ​ສະ​ມັດ​ຕະ​ພາບ​ຕາ​ໜ່າງ​ຫົນ​ທາ​ງ​ໃນ​ນະ​ຄອນ​ຫຼວງ​ຮ່າ​ໂໜ້ຍ​ໃຫ້​ດີ​ຂຶ້ນ,​​​ໄດ້​ຜ່ອນ​ຄາຍ​ຄວາມ​ກົດ​ດັນ​ດ້ານ​ຄົມ​ມະ​ນາ​ຄົມແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດພາກ​ພື້ນ.

      ການ​ສ້າງ​ສຳ​ເລັດ​ແລະເປີດ​ນຳ​ໃຊ້ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ໝາກ​ຜົນ​ແຫ່ງ​ການຮ່ວມ​ກັນ​ກ້າວ​ໄປ​ສູ່​ຕ່າງ​ປະ​ເທດ​​​ຂອງ​ວິ​ສາ​ຫະ​ກິດ​ຈີນ​ເພື່ອ​ຕອບ​ສະ​ໜອ​ງ​ຂໍ້​ລິ​ເລີ່ມ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ໂດຍ​ໄດ້​ປະ​ສົມ​ປະ​ສານ​ເຕັກ​ນິກ​ຈີນ,ມາດ​ຕະ​ຖານ​ຈີນ,ອຸ​ປະ​ກອນ​ຈີນ​ແລະ​ບົດ​ຮຽນ​ສຳ​ເລັດ​ຜົນ​ຂອງ​ຈີນ, ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບແຜນຍຸດ​ທະ​ສາດ “ສອງ​ແລວ​ທາງ​ໜຶ່ງວົງ​”ຂອງ​ຫວຽດ​ນາມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ແລະ​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0