黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຮືອນ​ຂອງ​ນາ​ຍົກ​ອີ​ຣັກ​ຖືກ​ເຮືອ​ບິນ​​ບໍ່​ມີ​ຄົນ​ຂັບ​ໂຈມ​ຕີ, ແບກ​ແດັກໄດ້​ກ້າວ​ເຂົ້າ​ສູ່​​ພາ​ວະ​ສຸກ​ເສີນ

2021-11-07 17:04:32 cri

ເຮືອນ​ຂອງ​ນາ​ຍົກ​ອີ​ຣັກ​ຖືກ​ເຮືອ​ບິນ​​ບໍ່​ມີ​ຄົນ​ຂັບ​ໂຈມ​ຕີ, ແບກ​ແດັກໄດ້​ກ້າວ​ເຂົ້າ​ສູ່​​ພາ​ວະ​ສຸກ​ເສີນ_fororder_241f95cad1c8a7863718477e4617aa3470cf50b3

ຕອນ​ຂ້ອນ​ແຈ້ງວັນ​ທີ 7 ພະ​ຈິກ​ນີ້, ອົງ​ການ​ຄວາມ​ໝັ້ນ​ຄົງ​ອີ​ຣັກ​ອອກ​ຖະ​ແຫຼງ​ການ​ວ່າ: ທ່ານ​ມຸ​ສ​ທະ​ຟາ ຄະ​ຕິ​ມີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ​ຖືກ​ໂຈມ​ຕີ​ແບບ​ສະ​ຫຼະ​ຊີບ​ດ້ວຍ​ເຮືອ​ບິນ​​ບໍ່​ມີ​ຄົນ​ຂັບ​ຢູ່​ເຮືອນ​ຂອງ​ຕົນ​ໃນ​ຄຸ້ມ​ເຂດ​ສີ​ຂຽວຢູ່​ນະ​ຄອນ​ຫຼວງ​ແບກ​ແດັກ, ແຕ່​ການ​ໂຈມ​ຕີ​ດັ່ງ​ກ່າວ​ບໍ່​ໄດ້​ຮັບ​ຜົນ, ປັດ​ຈຸ​ບັນ, ທ່ານ​ຄະ​ຕິ​ມີ ປອດ​ໄພດີ​ຢູ່.

ປັດ​ຈຸ​ບັນ, ກອງ​ທັບ​ຄວາມ​ໝັ້ນ​ຄົງ​ອີ​ຣັກ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ທີ່​ຈຳ​ເປັນ, ແບກ​ແດັກ​ປະ​ກາດ​ເຂົ້າ​ສູ່​​ພາ​ວະ​ສຸກ​ເສີນ​ແລ້ວ.

ພາຍ​ຫຼັງ​ເກີດ​ເຫດ​ການ​ດັ່ງ​ກ່າວ, ທ່ານ​ມຸ​ສ​ທະ​ຟາ ຄະ​ຕິ​ມີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກໄດ້​ເຜີຍ​ແຜ່​ຂ່າວ​ໂດຍ​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ຕົນ​ຈະ​ປົກ​ປັກ​ຮັກ​ສາ​ສິດທິຂອງ​ຕົນ​ແລະກຽດ​ສັດ​ສີ​ຂອງ​ກົດ​ໝາຍ​ຢ່າງ​ເດັດ​ດ່ຽວ. ພ້ອມ​ກັນ​ນັ້ນ, ທ່ານ​ຄະ​ຕິ​ມີ​ກ່າວ​ວ່າ​ຕົນ​ເອງ “ປອດ​ໄພ​ດີ”, ແລະ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ຮັກ​ສາ​ຄວາ​ມ​ໃຈ​ເຢັນ​ແລະ​ຄວາ​ມ​ອົດ​ກັ້ນ​ໄວ້.

ເຮືອນ​ຂອງ​ນາ​ຍົກ​ອີ​ຣັກ​ຖືກ​ເຮືອ​ບິນ​​ບໍ່​ມີ​ຄົນ​ຂັບ​ໂຈມ​ຕີ, ແບກ​ແດັກໄດ້​ກ້າວ​ເຂົ້າ​ສູ່​​ພາ​ວະ​ສຸກ​ເສີນ_fororder_9b986d4355602af4ad7e835b6f667796

 

ຄຳ​ເຫັນ

0