蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ລາວ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ກັນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ຮັບ​ປະ​ກັນ​ການ​ປ້ອງ​ກັນ​ພະ​ຍາດ​ຂອງ​ພົນ​ລະ​ເມືອງ​ຈີນ​ທີ່ອ​ໄສ​ຢູ່​ປະ​ເທດ​ລາວ

2021-11-07 16:29:07 CRI

ວັນ​ທີ 4 ພະ​ຈິກ​ນີ້, ທ່ານ​ຈ່ຽງ​ຈ້າຍ​ຕຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສ​ປ ຈີນ ປະ​ຈຳ ສ​ປ​ປ ລາວ​ໄດ້​ໂທ​ລະ​ສັບ​ລົມ​ກັບ​ທ່ານບຸນ​ແຝງ ພູມ​ມະ​ໄລ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ສຸກ ແຫ່ງ ສ​ປ​ປ ລາວ ໂດຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ເພີ່ມ​ທະ​ວີ​ການ​ຮ່ວມ​ກັນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ຮັບ​ປະ​ກັນ​ການ​ປ້ອງ​ກັນ​ພະ​ຍາດ​ຂອງ​ພົນ​ລະ​ເມືອງ​ຈີນ​ທີ່ອ​ໄສ​ຢູ່​ປະ​ເທດ​ລາວ.

ທ່ານ​ຈ່ຽງ​ຈ້າຍ​ຕຸ່ງ​ກ່າວ​ວ່າ: ຈີນ ແລະ ລາວ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູ​ນ​ລາວ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ພວກ​ເຮົາ​ຈະ​ພະ​ຍ​ຍາມ​ຈະ​ມອບ​ວັກ​ຊິນ​ໂຄວິດ-19 ອີກ 2,5 ລ້ານຫຼອດ​ໃຫ້​ແກ່​ຝ່າຍ​ລາ​ວ ພາຍ​ໃນ​ເດືອນ​ນີ້ ແລະ ໃຫ້​ການ​ຊ່ວຍ​ເຫຼືອ​ວັດ​ຖຸ​ອຸ​ປ​ະ​ກອນ​ອື່ນໆ​ໃຫ້​ແກ່​ຝ່າຍ​ລາວ​ອີກ. ການ​ຮ່ວມ​ກັນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ເປັນ​ວຽກ​ງານ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຮ່ວມ​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ລະ​ຫວ່າງ​ສອງ​ປະ​ເທດ​ລາວ​ແລະ​ຈີນ. ຈີນ​ຫວັງ​ວ່າ: ລາວ​ຈະ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ຊາຍ​ແດນ​ຕື່ມ​ອີກ ແລະ ຕັດ​ຊ່ອງ​ທາງ​ແຜ່​ລະ​ບາດ​ແບບ​ຂ້າມ​ຊາຍ​ແດນ​ຂອງ​ພະ​ຍ​າດ​ໂຄວິດ-19 ຢ່າງ​ເດັດ​ຂາດ.

ທ່າ​ນ​ບຸນ​ແຝງ ພູມ​ມະ​ໄລ​ສິດ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ອີກ​ຄັ້ງ​ໜຶ່ງ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຈີນ ແລະ ກ່າວ​ວ່າ: ຝ່າຍ​ລາວ​ຈະ​ຄຸ້ມ​ຄອງ​ແລະ​ນຳ​ໃຊ້​ວັກ​ຊິນ​ໂຄວິດ-19 ຢ່າງ​ເຂັ້ມ​ງວດ ເພື່ອ​ໃຫ້​ການ​ຊ່ວ​ຍ​ເຫຼືອ​ຈາກ​ຝ່າຍ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ໄດ້​ດີ​ທີ່​ສຸດ. ຝ່າຍ​ລາວ​ກໍ​ເອົາ​ໃຈ​ໃສ່​ສູງ​ຕໍ່​ການ​ຮ່ວມ​ມື​ຮ່ວມ​ກັນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຄື​ກັນ, ຈະ​ໃຊ້​ມາດ​ຕະ​ການ​ຕື່ມ​ອີກ ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂ້າມ​ຊາຍ​ແດນ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0