徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກ​ຊີນໂຄວິດ-19 ຂອງ​ຈີນ​ມຽນ​ມາ​ຈັດ​ຊື້ທັງ​ໝົດ​ໄດ້​​ຂົນ​ສົ່ງ​ໄປ​ຮອດ​ມຽນ​ມາ​ແລະ​ຈັດ​ພິ​ທີ​ມອບ-​ຮັບ​ແລ້ວ

2021-11-08 12:23:10 cri

ຕາມ​ຂ່າວCRI: ໃນ​ຕອນ​ຄ່ຳ​ຂອງວັນ​ທີ 7 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ວັກ​ຊີນ​ໂຄວິດ-19 ຂອງ​ບໍ​ລິ​ສັດ​ຊີ​ໂນ​ຟາມຈີນ (SINOPHARM) ຈຳ​ນວນ  4  ລ້ານ​ຫຼອດງວດ​ໃໝ່ທີ່​ຖືກ​ຈັດ​ຊື້​ໂດຍ​ລັດ​ຖະ​ບານ​ມຽນ​ມາຈັດ​ຊື້​ໄດ້ຂົນ​ສົ່ງໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ​ຢາງ​ກຸ້ງປະ​ເທດມຽນ​ມາແລ້ວ. ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ວັກ​ຊີນໂຄວິດ-19 ຈຳ​ນວນ 24 ລ້ານ​ຫຼອດ​ທີ່​ມຽນ​ມາ​ຈັດ​ຊື້​ຈາກ​ກຸ່ມ​ບໍ​ລິ​ສັດຊີ​ໂນ​ຟາມ​ຂອງ​ຈີນ​ໄດ້​ແບ່ງ​ອອກ​ເປັນ 6 ງວດ​ແລະ​ທັງ​ໝົດ​ໄດ້​ຂົນ​ສົ່ງໄປ​ຮອດ​ມຽນ​ມາ​ແລະ​ຈັດ​ພິ​ທີ​ມອບ-ຮັບ​ແລ້ວ.

 

ນັບ​ແຕ່​ມຽນ​ມາ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງພະ​ຍາ​ດໂຄວິດ-19​ຮອບ​ທີ 3 ເປັນ​ຕົ້ນ​ມາ, ຈີນ​ໄດ້​ຕັ້ງ​ໜ້າ​ຊ່ວຍ​ເຫຼືອ​ການ​ເຊື່ອມປະ​ສານ​ງານ​ກັບ​ວິ​ສາ​ຫະ​ກິດ​ຜະ​ລິດ​ວັກ​ຊີນ​ຂອງຈີນເພື່ອ​ສະ​ໜອງວັກ​ຊີນ​ໂຄວິດ-19 ໃຫ້ແກ່​ມຽນ​ມາ, ໄດ້​ປະ​ກອບ​ສ່ວນຢ່າງ​ແຂງ​ແຮງ​ເຂົ້າ​ໃນ​ການ​ຕໍ່​ຕ້ານ​ສະ​ພາບ​ພະ​ຍາດ​ຢູ່​ມຽນ​ມາ.

ຄຳ​ເຫັນ

0